• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຮສຈ. ປອ ເຈືອງແທງເຮືອງ - ນັກວິທະຍາສາດ ກັບຜົນງານພະຍາດ ໄຂມັນ ໃນເສັ້ນເລືອດຜິດປົກກະຕິ

ຮສຈ. ປອ ເຈືອງແທງເຮືອງ - ອະດີດ ຫົວໜ້າພະແນກພະຍາດ ຫົວ ໃຈ ເດັກມາແຕ່ກຳເນີດ, ສະຖາບັນຫົວໃຈ ຊີບພະຈອນ, ໂຮງໝໍ ແບ໋ກມາຍ ຫາ ກໍໄດ້ ຮັບລາງວັນ Kovalevskaia 2020 ກ່ຽວກັບ ການຄົ້ນຄວ້າ “ການສ້າງແຜນທີ່ ການກາຍພັນ ຂອງ ແຊນ ພະຍາດເພີ່ມ cholesterol ເລືອດຄອບຄົວ  (Family hypercholestorelemia) ແລະ ສະເໜີຮູບແບບ ຄຸ້ມຄອງພະຍາດ ຢູ່ ຫວຽດນາມ”. ກິດຈະກຳດັ່ງກ່າວ ໄດ້ຮັບການໝູນໃຊ້ ຢ່າງມີປະສິດທິຜົນ ໃນການກວດ ແລະ ປິ່ນປົວພະຍາດ ໃຫ້ແກ່ປະຊາຊົນ. 
ຮສຈ. ປອ ເຈືອງແທງເຮືອງ ເປັນທ່ານໝໍ ກ່ຽວກັບ ຂະແໜງການ ຫົວໃຈ ຊີບພະຈອນ ຊຸດທຳອິດ ຂອງ ມະຫາວິທະຍາໄລແພດສາດ ຮ່າໂນ້ຍ (1983-1987). ຫຼັງການຮຽນຈົບບໍ່ດົນ, ທ່ານນາງ ໄດ້ມາ ເຮັດວຽກ ຢູ່ສະຖານບັນ ຫົວໃຈ ຊີບພະຈອນ, ໂຮງໝໍ ແບ໋ກມາຍ. ຫຼັງຈາກນັ້ນ, ທ່ານນາງ ສືບຕໍ່ສຶກສາ ຢູ່ມະຫາວິທະຍາໄລ Paris VI ແລະ ຝຶກງານຕົວຈິງ ຢູ່ໂຮງໝໍ Saint – Antoine ແລະ ໂຮງໝໍ Robert Debré Paris (ຝຣັ່ງ) ເພື່ອອຸທິດ ໃຫ້ກັບວຽກງານ ໄດ້ດີຍິ່ງ ຂຶ້ນ. 


ຮສຈ. ປອ ເຈືອງແທງເຮືອງ ຫາກໍໄດ້ຮັບລາງວັນ Kovalevskaia 2020 ສໍາລັບ ນັກວິທະຍາສາດຍິງ ຜູ້ມີຜົນງານຄົ້ນຄວ້າດີເດັ່ນ. ພາບ: ແທງຢາງ/VNP


ຜູ້ຊ່ຽວຊານແຖວໜ້າ ໃນຂົງເຂດຫົວໃຈ ຊີບພະຈອນ ຂອງ ຫວຽດ ນາມ ສະແດງຄວາມຍິນດີ ຕໍ່ ຮສຈ. ປອ ເຈືອງແທງເຮືອງ
ໃນພິທີ ມອບລາງວັນ Kovalevskaia 2020. ພາບ: ຂ້ໍມູນໂດຍ ຜູ້ກ່ຽວ ສະ ໜອງໃຫ້



ຮສຈ. ປອ ເຈືອງແທງເຮືອງ ໃນເວລາ ມອບວຽກ ຢູ່ສະຖາບັນ ຫົວ ໃຈ ຊີບພະຈອນ, ໂຮງໝໍ ແບ໋ກມາຍ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ເຂົ້າຮ່ວມການມອບວຽກ ປະຈຳວັນ ທີ່ ຫ້ອງ C5 ສະຖາບັນ ຫົວໃຈ ຊີບພະຈອນ, ໂຮງໝໍ ແບ໋ກມາຍ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ແລະ ເພື່ອນຮ່ວມງານ ທີ່ຫ້ອງແຊກ ແຊງ ຊີບພະຈອນ ຕີນມື ຂອງສະຖາບັນ ຫົວໃຈ ຊີບພະຈອນ, ໂຮງ ໝໍ ແບ໋ກມາຍ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ພ້ອມກັບ ທ່ານໝໍ 2 ທ່ານ ເບິ່ງຟິມ ສ່ອງໄຟຟ້າ ເສັ້ນເລືອດແດງ ຕີນມື ໃນຫ້ອງແຊກແຊງ ຊີບພະຈອນ ຕີນມື.  ພາບ: ແທງຢາງ/VNP

ທັງສຸມໃສ່ວຽກງານ, ທັງສຸມໃສ່ການຄົ້ນຄວ້າ ຢ່າງງຽບໆ, ປອ ເຈືອງ ແທງເຮືອງ ໄດ້ທໍາການຄົ້ນຄວ້າ 6 ໂຄງການລະດັບຊາດ, 3 ຫົວຂໍ້ ລະດັບກະຊວງ, 7 ຫົວຂໍ້ລະດັບທະຫາວິທະຍາໄລ ແພດສາດ, ຮຽບ ຮຽງຕຳ ລາຮຽນ, ປຶ້ມຄົ້ນຄວ້າ ຈຳເພາະ 20 ສະບັບ ແລະ ຕີພິມ ລົງ ວາລະສານວິທະຍາສາດການແພດ ທ່ີມີຊື່ສຽງ 75 ບົດ ກ່ຽວກັບຫົວ ຂໍ້ຫົວໃຈ ຊີບພະຈອນ.

ໂຄງການຄົ້ນຄວ້າ “ການສ້າງແຜນທີ່ ການກາຍພັນ ຂອງ ແຊນ ພະຍາດເພີ່ມ cholesterol ເລືອດຄອບຄົວ ແລະ ສະເໜີຮູບແບບ ຄຸ້ມຄອງພະຍາດ ຢູ່ ຫວຽດນາມ” ໂດຍທ່ານນາງ ເປັນເຈົ້າຂອງ ການຄົ້ນຄວ້າ ໂດຍໄດ້ຮັບການໝູນໃຊ້ ຢ່າງມີປະສິດທິຜົນໃນວຽກ ງານກວດ ແລະ ປິ່ນປົວພະຍາດຢູ່ ຫວຽດນາມ. ກິດຈະກໍາຄົ້ນຄວ້າ ນີ້ໝູນໃຊ້ ໃຫ້ແກ່ ວຽກງານເບິ່ງແຍງດູແລ ສຸຂະພາບ ຂອງ ປະຊາ ຊົນ ຫວຽດນາມ ຜູ້ມີພະຍາດ ເພີ່ມ cholesterol ເລືອດຄອບຄົວ ເກືອບ 500 ພັນຄົນ, ໝູນໃຊ້ ໃນການສ້າງຂັ້ນຕອນຄົ້ນພົບ ແລະ ຄຸ້ມຄອງພະຍາດ ຢູ່ຊຸມຊົນ ແລະ ບັນດາພື້ນຖານ ສາທາລະນະສຸກ. 

ບໍ່ພຽງແຕ່ຄົ້ນຄວ້າ, ກວດ, ປິ່ນປົວ ຢູ່ສະຖາບັນ ຫົວໃຈ ຊີບພະ ຈອນ, ປອ ເຈືອງແທງເຮືອງ ຍັງເປັນອາຈານສອນ ຢູ່ມະຫາວິທະ ຍາໄລ ແພດສາດ ຮ່າໂນ້ຍ. ທ່ານນາງ ໄດ້ປະກອບສ່ວນ ເປັນຂົວຕໍ່ ຂອງ ຂະແໜງສາທາລະນະສຸກ ຫວຽດນາມ ກັບ ສາກົນ ໂດຍຜ່ານ ບັນດາການປະກອບສ່ວນ ກ່ຽວກັບ ໂຄງການຄົ້ນຄວ້າ ວິທະຍາສາດ ແລະ ຮ່ວມມືປະດິດສ້າງ ກັບບັນດາ ນັກວິທະຍາສາດ, ກຸ່ມບໍລິສັດ ວິທະຍາສາດລາຍໃຫຍ່ ໃນໂລກເຊ່ັນ: ຝຣັ່ງ, ສ ອາເມລິກາ, ອົດສະຕຣາລີ ແລະ ຍີ່ປຸ່ນ.



ຮສຈ. ປອ ເຈືອງແທງເຮືອງ ເອໂກ (ultrasound) ຫົວໃຈໃຫ້ ຄົນ ເຈັບຢູ່ຫ້ອງກວດພະຍາດ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ເບິ່ງຟິມສ່ອງໄຟຟ້າຂອງຄົນເຈັບ ແລະ ແລກປ່ຽນດ້ານວິຊາສະເພາະກັບ ເພື່ອນຮ່ວມງານ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ຢ້ຽມຢາມ ແລະ ກວດພະຍາດ ຢູ່ເທິງ ຕຽງ ຄົນເຈັບ. ພາບ: ແທງຢາງ/VNP
 

ບັນດານັກສຶກສາຕັ້ງຄຳຖາມ ກ່ຽວກັບວິຊາສະເພາະ ກັບ ຮສຈ. ປອ ເຈືອງແທງເຮືອງ ແລະ ໄດ້ຮັບຄຳຕອບຢ່າງລະອຽດຈາກທ່ານ ນາງ. ພາບ: ແທງຢາງ/VNP


ຮສຈ. ປອ ເຈືອງແທງເຮືອງ ແບ່ງປັນຄວາມຮູ້ ດ້ານວິຊາສະເພາະ ກັບທິມແພດ ປະຈໍາສະຖາບັນ ພະຍາດຫົວໃຈຊີບພະຈອນ. ພາບ: ແທງຢາງ /VNP

ເບື້ອງຫຼັງຄວາມສໍາເລັດ, ຄວາມສຸກ ຂອງ ຜູ້ເປັນທ່ານໝໍ ແມ່ນໄດ້ ປິ່ນປົວຄົນເຈັບ ແລະ ຄວາມສຸກ ຂອງ ນັກວິທະຍາສາດ ຄືການໄດ້ ນໍາໃຊ້ຜົນງານວິໄຈ ຂອງຕົນ ໄປໃຊ້ໃນຊຸມຊົນ. ສ່ວນຄວາມສຸກ ຂອງ ຜູ້ເປັນ ນາຍຄູ ແມ່ນໄດ້ ແບ່ງປັນ, ຖ່າຍທອດບົດຮຽນ ໃນຊີ ວິດ ເປັນທ່ານໝໍ ຂອງຕົນເຖິງໄວໜຸ່ມສາວ. ປອ ເຈືອງແທງເຮືອງ ໄດ້ ແລະ ກຳລັງມີຄວາມສຸກຫຼາຍກັບສິ່ງນີ້. 
ບົດ: ບິກເວິນ - ພາບ: ເຈິ່ນແທງຢາງ, ຂ້ໍມູນໂດຍ ຜູ້ກ່ຽວສະໜອງ ໃຫ້ - ແປໂດຍ: ບິກລຽນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top