• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການຜູ້ຕາງໜ້າຢູ່ຕ່າງປະເທດສືບຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ພາລະກິດການທູດຂອງປະເທດຊາດ

      ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຈະປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.

ທ່ານນາງ ເຈືອງທິມາຍ ຕ້ອນຮັບບັນດາທ່ານຫົວໜ້າອົການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ
(ພາບ: baoquocte.vn)
      ຕອນບ່າຍວັນທີ 07 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບບັນດາທ່ານຫົວໜ້າອົການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2020. ອວຍພອນບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ, ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ, ບັນດາທ່ານຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຈະປະຕິບັດສຳເລັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ.
        ເຫັນດີຕໍ່ບັນດາຄຳເຫັນປະກອບຂອງບັນດາທ່ານຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ທ່ານນາງ ເຈືອງທິມາຍ, ຖືວ່າ.
        “ທັດສະນະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້, ແມ່ນກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ແມ່ນແຫຼ່ງກຳລັງ. ການຂົນຂວາຍແມ່ນມີຄວາມສຳຄັນທີ່ສຸດ ແລະ ບັນດາສະຖານທູດຕ້ອງມີກຳລັງແກ່ນສານ ແລະ ກຳລັງນີ້ຈະແຜ່ຂະຫຍາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍບົດຮຽນຂອງຕົນ ບັນດາເອກອັກຄະລັດຖະທູດຈະມີວີທີການເຮັດວຽກທີ່ດີເພື່ອເຮັດໃຫ້ວຽກງານຂົນຂວາຍປະຊາຊົນມີຄວາມເໝາະສົມກັບແຕ່ລະບໍລິເວນທີ່ແຕກຕ່າງກັນ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top