• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ:ຮ່່ຳຮຽນເອົາບົດຮຽນຈາກຫວຽດນາມໃນການແກ້ໄຂສະພາບໂລກລະບາດໂຄວິດ 19 ເກີດຮອບທີສອງ ແລະ ການຟື້ນຕົວເສດຖະກິດ

      ໃນບົດຂຽນ ປ້ອງກັນ ສະກັດກັ້ນ ໂຄວິດ 19 ແລະ ຟື້ນຕົວເສດຖະກິດ, ຮຽກຮ້ອງ ອິນໂດເນເຊຍ ຮ່ຳຮຽນເອົາບົດຮຽນຈາກຫວຽດນາມ, ຜູ້ຂຽນ ໃຫ້ຮູ້ວ່າ: ມີຫລາຍປະເທດໃນໂລກ ເສດຖະກິດຖືກຊຸດໂຊມຍ້ອນໂຄວິດ 19 ແຕ່ຍັງຄົງມີບາງປະເທດມີພື້ນຖານເສດຖະກິດ ຍັງບໍ່ທັນຕົກເຂົ້າສູ່ສະພາບຊຸດໂຊມເທື່ອ ນັ້ນແມ່ນຫວຽດນາມ.

ບົດຂຽນນີ້ແມ່ນວິທີ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ 19 ຮອບທີສອງ ສຳເລັດຜົນ” ຂອງຫນັງສືພິມ Kompas  (ພາບ: Kompas.com)
      ໃນຂະນະມີບາງປະເທດພວມປະສົບກັບຄວາມຫຍຸ້ງຍາກໃນການຄວບຄຸມໂລກລະບາດໂຄວິດ 19 ເກີດຂຶ້ນໃນຮອບທຳອິດ ຄືຢູ່ ອິນໂດເນເຊຍ, ຫວຽດນາມ ໄດ້ປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ຮອບທີສອງສຳເລັດຜົນ. ໃນສັບປະດາຜ່ານມາ ສື່ມວນຊົນ ອິນໂດເນເຊຍ ຫລາຍແຫ່ງ ໄດ້ຍ້ອງຍໍບັນດາໄຊຊະນະຂອງຫວຽດນາມ ໃນການປ້ອງກັນ ສະກັດກັ້ນໂລກລະບາດ ແລະ ຖືວ່າ: ອິນໂດເນເຊຍ ຄວນຮ່ຳຮຽນເອົາບົດຮຽນຈາກ ຫວຽດນາມ.
            ຫນັງສືພິມ Kompas ຂອງອິນໂດເນເຊຍ ລົງບົດຂຽນໃນວັນທີ 27 ກັນຍາ ດ້ວຍຫົວຂໍ້ວ່າ: “ນີ້ແມ່ນວິທີ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ 19 ຮອບທີສອງ ສຳເລັດຜົນ”. ນີ້ແມ່ນບົດຂຽນຕໍ່ຈາກບັນດາບົດຂຽນກ່ອນນັ້ນກ່ຽວກັບມາດຕະການແກ້ໄຂໂລກລະບາດຂອງຫວຽດນາມ. ຫນັງສືພິມດັ່ງກ່າວ ມີຄວາມສົນໃຈເປັນພິເສດເຖິງວຽກງານປ້ອງກັນ ສະກັດກັ້ນ ໂລກລະບາດຂອງຫວຽດນາມ. ນອກຈາກບັນດາມາດຕະການແກ້ໄຂຢ່າງຊັດເຈນ ແລະ ວ່ອງໄວຂອງລັດຖະບານ, ບົດຂຽນຍັງ ເຊີດຊູ ເລືອ່ງ 97% ຈຳນວນພົນລະເມືອງຫວຽດນາມ ເຫັນດີກັບບັນດາບາດກ້າວຂອງລັດຖະບານໃນການຮັບມືກັບໂລກລະບາດໂຄວິດ 19 ຕາມໝາກຜົນການສຳຫລວດຂອງ  YouGov ຂອງອັງກິດ.
            ໃນບົດຂຽນ “ ປ້ອງກັນ ສະກັດກັ້ນ ໂຄວິດ 19 ແລະ ຟື້ນຕົວເສດຖະກິດ, ຮຽກຮ້ອງ ອິນໂດເນເຊຍ ຮ່ຳຮຽນເອົາບົດຮຽນຈາກຫວຽດນາມ, ຜູ້ຂຽນ ໃຫ້ຮູ້ວ່າ: ມີຫລາຍປະເທດໃນໂລກ ເສດຖະກິດຖືກຊຸດໂຊມຍ້ອນໂຄວິດ 19 ແຕ່ຍັງຄົງມີບາງປະເທດມີພື້ນຖານເສດຖະກິດ ຍັງບໍ່ທັນຕົກເຂົ້າສູ່ສະພາບຊຸດໂຊມເທື່ອ ນັ້ນແມ່ນຫວຽດນາມ.
            ວັນທີ 24 ກັນຍາ, ຊ່ອງໂທລະພາບ ANTV ຂອງອິນໂດເນເຊຍ ກໍ່ມີບົດສາລະຄະດີ: “ຮ່ຳຮຽນເອົາບົດຮຽນສຳເລັດຜົນຂອງຫວຽດນາມ ໃນການປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19 ຮອບທີສອງ”
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top