• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ ຢາກ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ ພັດທະນາລະບົບສະໜອງແບບຍືນຍົງ.
ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ (ພາບ: TTXVN)

ໃນອາທິດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຮ່າກິມງອກ ພ້ອມກັບບັນດາເອກອັກຄະລັດຖະທູດ ບັນດາປະເທດອາຊຽນ ປະຈຳ ວໍຊິງຕັນ ດີຊີ ໄດ້ມີການແລກປ່ຽນທາງອອນລາຍກັບທ່ານ David Marchick, ຜູ້ຮັບສາສິດຜູ້ອວຍການອົງການພັດທະນາການເງິນ ສາກົນ ອາເມລິກາ (DFC). ທີ່ການແລກປ່ຽນ, ທ່ານ Marchick ໄດ້ເນັ້ນໜັ້ກວ່າ DFC ຢາກສວມບົດບາດຕັ້ງໜ້າໃນການພັດທະນາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍບຸລະມິສິດໃຫຍ່ທີ່ສະຫງວນໃຫ້ແກ່ເຂດອະນຸພາກພື້ນແມ່ນ້ຳຂອງ. DFC ຈະເອົາໃຈໃສ່ເປັນພິເສດຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ຊຸກຍູ້ການລົງທຶນເຂົ້າບັນດາໂຄງການພະລັງງານຂຽວ ແລະ ໜູນຊ່ວຍອາຊີຕາເວັນອອກສ່ຽງໃຕ້ຮັບມືກັບໂລກລະບາດໂຄວິດ - 19 ຜ່ານການເພີ່ມທະວີລະບົບສາທາລະນະສຸກ, ແຈກຢາຍວັດຊິນ. ຄຽງຄູ່ກັນນັ້ນ, DFC ກໍ່ຈະໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນບັນດາຂົງເຂດກະສິກຳ ແລະ ການສຶກສາ.

ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ ພັດທະນາລະບົບສະໜອງແບບຍືນຍົງ, ຍົກສູງກຳລັງຄວາມສາມາດດ້ານການຄ້າ ດີຈີຕອນ ແລະ ການເພີ່ມທະວີການລົງທຶນ ເຂົ້າພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ. ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ກໍ່ປາດຖະໜາວ່າ ອາເມລິກາຈະໜູນຊ່ວຍບັນດາປະເທດອາຊຽນສຳຜັດກັບແຫຼ່ງວັກຊິນກັນພະຍາດໂຄວິດ - 19, ສືບຕໍ່ຊຸກຍູ້ການລົງທຶນຕາມຮູບການຄູ່ຮ່ວມມື ພາກລັດ - ເອກະຊົນ(PPP) ແລະ ຜ່ານບັນດາຂອບເຂດການຮ່ວມມື ອາເມລິກາ - ອາຊຽນ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top