• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ໃນການພົວພັນທາງການທູດ, ອາຊຽນ ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າບັນດາຂອບເຂດ, ກົນໄກຮ່ວມມືໂດຍອາຊຽນນຳພາ. ຢູ່ລະດັບທົ່ວໂລກ, ອາຊຽນຢັ້ງຢືນຄືນຄຳໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍໂດຍອີງໃສ່ບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ.

ພາບປະກອບ: baoquocte.vn 

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020), ວັນທີ 8 ສິງຫາ, ຕາມຂໍ້ສະເໜີຂອງຫວຽດນາມ, ໃນຖານະຕຳແໜ່ງເປັນປະທານອາຊຽນປີ 2020 ແລະ ອິນໂດເນເຊຍ, ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນຄືນໃໝ່ຢ່າງແຮງຄຳໝັ້ນສັນຍາໃນການຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີສັນຕິພາບ, ຄວາມໝັ້ນຄົງ, ເປັນ ກາງ ແລະ ມີສະຖຽນລະພາບ, ພ້ອມທັງປັບປຸງບັນດາຄູນຄ່າສັນຕິພາບບົນພື້ນຖານກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ໄດ້ຮຽກຮ້ອງໃຫ້ທຸກໆປະເທດມີຄວາມລະງັບໃຈ, ບໍ່ມີບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ຄວາມຂັດແຍ້ງກັນປີນຂັ້ນໄດ, ສ້າງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງການຕ່າງປະເທດກໍ່ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນ ຜ່ານການເຈລະຈາ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນການພົວພັນທາງການທູດ, ອາຊຽນ ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າບັນດາຂອບເຂດ, ກົນໄກຮ່ວມມືໂດຍອາຊຽນນຳພາ. ຢູ່ລະດັບທົ່ວໂລກ, ອາຊຽນຢັ້ງຢືນຄືນຄຳໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍໂດຍອີງໃສ່ບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ.

ນີ້ແມ່ນຄັ້ງທຳອິດ ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ອອກຖະແຫຼງການຮ່ວມກ່ຽວກັບຫົວເລື່ອງສັນຕິພາບ ແລະ ຄວາມໝັ້ນຄົງ ພາກພື້ນ ໃນວັນສະເຫຼີມສະຫຼອງ ການສ້າງຕັ້ງ ອາຊຽນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top