• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດໃສ່ ລັດເຊຍ

      ໂດຍບໍ່ຫົວຊາຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ສະເໜີກ່ຽວກັບການພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງ ລັດເຊຍ Vladimir Putin, ວັນທີ 15 ເມສາ, ອາເມລິກາ ໄດ້ປະກາດບັນດາຄຳສັ່ງລົງໂທດດ້ານເສດຖະກິດ ເລັ່ງໃສ່ລັດເຊຍ ແລະ ເນລະເທດ ພະນັກງານທາງການທູດ 10 ຄົນຂອງປະເທດນີ້.
 
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)   
      ສາຍເຫດທີ່ໄດ້ຍົກອອກມານັ້ນ ແມ່ນເພື່ອໂຕ້ຕອບບັນດາການກະທຳເຊິ່ງ ວໍຊິງຕັນ ກ່າວຫາວ່າ ລັດເຊຍ ໄດ້ແຊກແຊງເຂົ້າການເລືອກຕັ້ງຂອງ ອາເມລິກາ ແລະ ບຸກໂຈມຕີເຄືອຂ່າວອິນເຕີນແນັດດ້ວຍຂອບຂະໜາດໃໝ່. ທຳນຽບຂາວໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງເປີດກ້ວາງ ມີບັນດາມາດຕະການຈຳກັດ ການພົວພັນແລກປ່ຽນ ລະຫວ່າງ ທະນາຄານ ອາເມລິກາ ກັບ ລັດຖະບານ ລັດເຊຍ, ເນລະເທດ ນັກການທູດລັດເຊຍ 10 ຄົນ ແລະ ລົງໂທດ 32 ຄົນ ດ້ວຍຄຳກ່າວຫາທີ່ວ່າ ໄດ້ຊອກຫາວິທີການແຊກແຊງເຂົ້າເພື່ອເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2020. ກ່ອນໜ້ານັ້ນ, ສະຫະພາບ ເອີລົບ (EU), ອັງກິດ, ອົດສະຕາລີ ແລະ ການາດາ ໄດ້ຈັດວາງຄຳສັ່ງລົງໂທດໃສ່ລັດເຊຍ ຍ້ອນບັນຫາທີ່ຄ້າຍຄືກັນ. ອົງການສົນທິສັນຍາອັດລັງຕິດເໜືອ (NATO) ໄດ້ຖະແຫຼງສະໜັບສະໜູນ ຂໍ້ຕົກລົງໃໝ່ນີ້ຂອງ ອາເມລິກາ.
            ໃນການປະຕິກິລິຍາຫຼ້າສຸດ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ປະເທດນີ້ ຈະມີການກະທຳໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ. ກະຊວງນີ້ ໄດ້ຮຽກໂຮມທ່ານ John Sullivan ເອກອັກຄະລັດຖະທູດ ອາເມລິກາ ມາເພື່ອຄັດຄ້ານ. ທ່ານ Dmitry Peskov ໂຄສົກວັງ Kremlin ກໍ່ໄດ້ຖະແຫຼງວ່າ ລັດເຊຍຖືວ່າ ທຸກຄຳສັ່ງລົງໂທດຂອງ ອາເມລິກາ ລ້ວນແຕ່ຜິດກົດໝາຍ ແລະ ຈະຖືກໂຕ້ຕອງຢ່າງເໝາະສົມ.
(ແຫຼ່ງຄັດຈາກ VOV)

  

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top