• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ, ຍີ່ປຸ່ນ ສືບຕໍ່ ມຸ່ງໄປເຖິງເປົ້າໝາຍສ້າງແຫຼມເກົາຫຼີ ປອດນິວເຄຼຍ

      ວັນທີ 16 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເຈລະຈາຜ່ານທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ເພື່ອປຶກສາຫາລືຫຼາຍບັນຫາກ່ຽວກັບການພົວພັນສອງຝ່າຍ, ພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ
Toshimitsu Motegi (ພາບ: Reuters)
      ຕາມທ່ານ Morgan Ortagus ໂຄສົກລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ໃນການເຈລະຈາ, ທ່ານລັດຖະມົນຕີ  Mike Pompeo ໄດ້ຢັ້ງຢືນ ກໍາລັງແຮງຂອງການພົວພັນສໍາພັນທະມິດລະຫວ່າງ ອາເມລິກາ - ຍີ່ປຸ່ນຄືນໃໝ່ ແລະ ຢໍ້າຄືນເປົ້າໝາຍ ເຊິ່ງສອງປະເທດ ພ້ອມກັນແບ່ງປັນ ນັ້ນແມ່ນ ສ້າງແຫຼມເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊີງ ແລະ ສາມາດຢັ້ງຢືນກວດກາໄດ້ຢ່າງຄົບຖ້ວນ, ກໍຄືຄໍາໝັ້ນສັນຍາຂອງ ອາເມລິກາວ່າ ຈະສືບຕໍ່ຮ່ວມມືກັບ ລັດຖະບານ ຍີ່ປຸ່ນ ກ່ຽວກັບໂຄງການດໍາເນີນງານທີ່ກວ້າງໃຫຍ່ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ.
        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ເນັ້ນໜັກວ່າ ຕ້ອງດໍາເນີນການເຈລະຈາທີ່ມີລັກສະນະສ້າງສັນລະຫວ່າງ ຍີ່ປຸ່ນ ແລະ ສ.ເກົາຫຼີ, ກໍຄືການຮ່ວມມືກັບບັນດາຄູ່ຮ່ວມມື ແລະ ສໍາພັນທະມິດ ເພື່ອແນໃສ່ຮັບປະກັນອະນາຄົດໜຶ່ງທີ່ມີຄວາມເສລີ ແລະ ເປີດ ສໍາລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top