• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນຊຸກຍູ້ດ້ານການຄ້າຢູ່ຝລັ່ງ

      -ວັນທີ 16 ຕຸລາ, ຢູ່ສຳນັກງານສະຫະສະມາຄົມບັນດາວິສາຫະກິດຝລັ່ງ (MEDEF), ຢູ່ປາຣີ ໄດ້ດຳເນີນເວທີປາໄສການຄ້າອາຊຽນ - MEDEF ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017).

(ອາຊຽນຊຸກຍູ້ດ້ານການຄ້າຢູ່ຝລັ່ງ)
      ຢູ່ທີ່ນີ້, ທ່ານປະທານ MEDEF ສາກົນ (MEDEF International) Frederic Sanchez ໄດ້ຕີລາຄາສູງທີ່ຕັ້ງຂອງບັນດາປະເທດອາຊຽນ ໃນພື້ນຖານດ້ານການຄ້າໂລກ ແລະ ການພົວພັນທີ່ນັບມື້ນັບພັດທະນາລະຫວ່າງ MEDEF ແລະ ອາຊຽນ, ຖືເປັນສຳຄັນການເຄື່ອນໄຫວຂອງຄະນະກຳມະການອາຊຽນ ປະຈຳປາຣີ ແລະ ສະແດງໃຫ້ເຫັນຄວາມປາດຖະໜາວ່າ ເວທີປາໄສຈະປະກອບສ່ວນຍູ້ແຮງການພົວພັນລະຫວ່າງ ອາຊຽນ - MEDEF ກວ່າ, ສ້າງກາລະໂອກາດໃໝ່ຫຼາຍຝ່າຍໃຫ້ແກ່ການແລກປ່ຽນການຄ້າລະຫວ່າງຝລັ່ງ ແລະ ບັນດາປະເທດອາຊຽນ ຫຼາຍກວ່າ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ, ອາຊຽນ ຖືເປັນສຳຄັນການພົວພັນດ້ານການຄ້າກັບສະຫະພາບເອີລົບ, ໃນນັ້ນຝລັ່ງ ມີທີ່ຕັ້ງພິເສດ. ທ່ານສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການພັດທະນາການພົວພັນດ້ານການຄ້າອາຊຽນ - ອີຢູ ແລະ ຖືເວທີປາໄສນີ້ ກໍ່ຄືບັນດາການແລກປ່ຽນເປັນຫຼາຍຮູບຫຼາຍແບບລະຫວ່າງບັນດານັກຊ່ຽວຊານອາຊຽນ ແລະ MEDEF ສາກົນ ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top