• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຮັກສາຄວາມສາມັກຄີ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ

      ສະພາບການຢູ່ທະເລຕາເວັນອອກ ສືບຕໍ່ມີການຜັນແປຢ່າງສັບສົນ ຮຽກຮ້ອງໃຫ້ ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ເປັນເອກະພາບ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນເວົ້າລວມ. 
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ອອນລາຍ
      ວັນທີ 19 ມັງກອນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍຄະນະເຈົ້າໜ້າທີ່ການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ອາຊຽນ) ທາງອອນລາຍ, ນີ້ແມ່ນການເຄື່ອນໄຫວ ອາຊຽນ ທຳອິດໃນປີ 2021 ໂດຍປະທດ ບຣຸໄນ ເປັນເຈົ້າພາບຈັດຕັ້ງ. ກອງປະຊຸມດັ່ງກ່າວ ມີໜ້າທີ່ກະກຽມຫລາຍດ້ານໃຫ້ແກ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ (AMMR) ເຊິ່ງຈະຈັດຂຶ້ນໃນວັນທີ 21 ມັງກອນ ຜ່ານທາງອອນລາຍ. ທີ່ກອງປະຊຸມ, ບັນດາປະເທດຖືວ່າ: ສະພາບການຢູ່ທະເລຕາເວັນອອກ ສືບຕໍ່ມີການຜັນແປຢ່າງສັບສົນ ຮຽກຮ້ອງໃຫ້ ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ເປັນເອກະພາບ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນເວົ້າລວມ. ບັນດາຝ່າຍຄວນສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ເຂັ້ມງວດ ແລະ ຊຸກຍູ້ການເຊື່ອມຕໍ່ການເຈລະຈາຄືນໃໝ່ ກ່ຽວກັບການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ປະສິດທິພາບ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາກ່ຽວກັບກົດໝ່າຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) 1982.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top