• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກອງປະຊຸມເຈລະຈາທາງອອນລາຍລະຫວ່າງ ອາຊຽນ - ອາເມລິກາ ຄັ້ງທີ 33

      ວັນທີ 05 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ລະຫວ່າງ ອາຊຽນ - ອາເມລິກາ ຄັ້ງທີ 33.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ (ພາບ: ກະຊວງການຕ່າງປະເທດ)
      ກ່າວຄໍາເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ອາຊຽນ ໄດ້ເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມມານະພະຍາຍາມຂອງທັງປະຊາຄົມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມທັງຕີລາຄາສູງການຊ່ວຍເຫຼືອຢ່າງທັນການຂອງ ອາເມລິກາ ສໍາລັບ ອາຊຽນ ໃນການຮັບມືກັບໂລກລະບາດ ນັບແຕ່ຫົວທີ. ທ່ານ ຫງວຽນກວ໊ກຢຸງ ສະເໜີໃຫ້ ອາເມລິກາ ສືບຕໍ່ໜູນຊ່ວຍ ອາຊຽນ ໃນການຍົກສູງກໍາລັງຄວາມສາມາດໃນການຮັບມື, ຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດ ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງ. ພ້ອມທັງຢັ້ງຢືນວ່າ ອາຊຽນ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ, ນັກລົງທຶນ ອາເມລິກາ ມາເຄື່ອນໄຫວຢູ່ພາກພື້ນ ອາຊຽນ.
        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ກໍໄດ້ແບ່ງປັນທັດສະນະ ໂດຍຖືວ່າ ໃນສະພາບການຄືໃນປັດຈຸບັນ, ບັນດາປະເທດຕ້ອງຊຸກຍູ້ການເຈລະຈາ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນການສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມື.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top