• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ອາຊີບປັ້ນ ຕໍ່ແຮ ຊວນລາ

ໃນບັນດາອາຊີບມູນເຊື້ອ ແລະ ເປັນສັນຍາລັກໃຫ້ແກ່ໝູ່ບ້ານຊົນນະບົດເຂດພາກເໜືອ ຫວຽດນາມ, ປັ້ນ ຕໍ່ແຮ (ຮູບສັດ ຫຼື ຄົນທີ່ປັ້ນດ້ວຍແປ້ງສຸກນາໆ ສີ) ຂອງບ້ານ ຊວນລາ, ຕາແສງ ເຟື້ອງຢຶກ, ເມືອງ ຟູຊວຽນ, ນະຄອນ ຮ່າໂນ້ຍ ຖືໄດ້ວ່າ ເປັນ ອາຊີບ “ໜຶ່ງບໍ່ມີສອງ”. 
ບ້ານ ຊວນລາ ຖືວ່າ ເປັນ “ແຫຼ່ງກຳເນີດ” ຂອງ ອາຊີບປັ້ນ ຕໍ່ ແຮ. ຕາມຜູ້ເຖົ້າຜູ້ແກ່ໃນໝູ່ບ້ານແຫ່ງນີ້ ແລ້ວ, ອາຊີບປັ້ນ ຕໍ່ ແຮ ເປັນອາຊີບມູນເຊື້ອໜຶ່ງ ໄດ້ປະກົດຂຶ້ນກ່ອນໜ້ານີ້ ປະ ມານ 400-500 ປີ. ແຕ່ກ່ອນ, ອາຊີບປັ້ນ ຕໍ່ແຮ ຍັງໄດ້ເອີ້ນເປັນອາຊີບປັ້ນນົກ (ເຂົ້າໜົມນົກ). ເພາະໄລຍະນັ້ນ ຊາວບ້ານ ຊວນລາ ພຽງແຕ່ປັ້ນຮູບໂຕນົກ, ນົກຍາງ ແລະ ສັດນາໆ ຊະ ນິດ ເພື່ອນຳໃຊ້ໃນການສັກກະລະບູຊາເທົ່ານັ້ນ. ເຂົ້າໜົມນົກ ແຕ່ລະອັນ ຈະໄດ້ຕິດໝາກຫວີດໜ່ວຍໜຶ່ງ, ເວລາເປົ່າຈະ ອອກສຽງ “ຕໍ່ແຕ”, ສະນັ້ນ ເຂົາເຈົ້າຈຶ່ງຕັ້ງຊື້ໃຫ້ ເຂົ້າໜົມປະ ເພດນີ້ ແມ່ນ ຕໍ່ແຮ. 

ວັດຖຸຕົ້ນຕໍ່ທີ່ໄດ້ນຳໃຊ້ໃນການປັ້ນ ຕໍ່ແຮ ແມ່ນແປ້ງເຂົ້າຈ້າວ ແລະ ແປ້ງເຂົ້າໜຽວ ຖືກປະສົມເຂົ້າກັນຕາມມາດຕາສ່ວນ 10:1. ຖ້າອາກາດຮ້ອນ ແລະ ແຫ້ງ, ມາດຕາສ່ວນຂອງເຂົ້າໜຽວຈະຫຼາຍກວ່າ ເພື່ອເຮັດໃຫ້ເຂົ້າໜົມອ່ອນ ແລະ ໜຽວ. ຫຼັງຈາກຕົ້ມຈົນສຸກແລ້ວ, ເຂົາເຈົ້າຈະປັ້ນ ແລະ ຍ້ອມສີໃຫ້ ແປ້ງເຂົ້າແຕ່ລະປັ້ນ. 4 ສີຕົ້ນຕໍ່ຄື ສີເຫຼືອງ, ສີແດງ, ສີຂຽວ ແລະ ສີດຳ, ໃນນັ້ນ ສີເຫຼືອງ ໄດ້ເຮັດຈາກຂີ້ໝີ້ນ, ສີແດງໄດ້ ເຮັດຈາກໝາກເຂົ້າ, ສີດຳໄດ້ເຮັດຈາກຕົ້ນໄມ້ໝໍ້ ແລະ ສີ ຂຽວໄດ້ເຮັດຈາກໃບຂ່າ. ສີອື່ນກໍ່ໄດ້ເຮັດຈາກ 4 ສີດັ່ງກ່າວ.


ຕໍ່ແຮ ໄດ້ເຮັດດ້ວຍແປ້ງເຂົ້າ, ປະສົມກັບຂີ້ໝີ້ນ, ໝາກເຂົ້າ... ເພື່ອໃຫ້ມີສີເຫຼືອງ, ສີແດງ, ສີຂຽວ. 


ຫວີ ໄດ້ນຳໃຊ້ໃນການປັ້ນຕໍ່ແຮ.


ໄວໜຸ່ມຫຼາຍຄົນມີຄວາມຮັກມັກກັບການປັ້ນຕໍ່ແຮ.


ຕໍ່ແຮ ມີຫຼາຍສີສັນທີ່ດູດດື່ນໃຈ.


ນັດທ່ອງທ່ຽວຕ່າງປະເທດຮູ້ສຶກປະທັບໃຈກັບການປັ້ນຕໍ່ແຮ. 


ບັນດານ້ອງນ້ອຍເລືອກຊື້ຮູບປັ້ນ ຕໍ່ແຮ ຢູ່ຮ້ານຄ້າແຫ່ງໜຶ່ງ ທີ່ຖະໜົນຄົນຍ່າງ ໜອງເກືອມ. 


ຕໍ່ແຮ ໄດ້ວາງຂາຍຢູ່ຖະໜົນຄົນຍ່າງທີ່ໜອງ ເກືອມ.


ຕໍ່ແຮ ໄດ້ວາງຂາຍຢູ່ຖະໜົນຄົນຍ່າງ ຈິ້ງກົງເຊີນ.


ຈັດຕັ້ງການແຂ່ງຂັນປັ້ນຕໍ່ແຮ ເພື່ອຟື້ນຟູ ແລະ ຮັກສາອາຊີບປັ້ນຕໍ່ແຮ.

ຜ່ານຝີມືທີ່ຄ່ອງແຄ້ວ ແລະ ຫົວຄິດປະດິດສ້າງຂອງ ບັນດາ ນາງ ຊ່າງປັ້ນ ຕໍ່ແຮ ບ້ານ ຊວນລາ, ຈາກແປ້ງເຂົ້ານາໆ ສີ ກໍ ຈະກາຍເປັນສິ່ງທີ່ມີຊີວິດຊີວາ. 

ດ້ວຍເຄື່ອງມືທີ່ງ່າຍດາຍຄື ຫວີ ທີ່ມີດ້າມ, ດີ້ວໄມ້ໄຜ່ ທີ່ເຫຼົາສຳ ລັບການປັ້ນ ຕໍ່ແຮ, ຂີ້ເຜິ້ງ 2-3 ປ່ຽງ... ພຽງແຕ່ 2-3 ນາທີ, ນາຍຊ່າງ ຊວນລາ ສາມາດ ປັ້ນ ຕໍ່ແຮ ໄດ້ໜຶ່ງໂຕ ທ່າມກາງ ຄວາມແປກໃຈ, ຕົກຕະລຶງ ແລະ ນັບຖືຂອງລູກຄ້າ. 

ປັດຈຸບັນ, ບັນດານາຍຊ່າງປັ້ນ ຕໍ່ແຮ ຂອງບ້ານ ຊວນລາ ໄດ້ ມີການຊອກຮູ້ຄວາມມັກ, ຄວາມນິຍົມຂອງລູກຄ້າ ທີ່ເປັນເດັກ ນ້ອຍ ແລະ ຕອບສະໜອງໃຫ້ແກ່ຄວາມຕ້ອງການ ຂອງຕະ ຫຼາດ. ຕໍ່ແຮ ຫຼາຍຊະນິດທີ່ແປກຕາ, ມີຮູບຊົງຄ້າຍ ຄື ຕົວລະ ຄອນໃນເທບນິຍາຍ ໄດ້ປັ້ນອອກມາຄື: ອາລາດິນ, ໂດເຣ ມອນ, ໂປເກມອນ, ຊຸນຫວູກົງ, ນາຈາ ແລະ ອື່ນໆ. 

ນາຍຊ່າງສີມື ປັ້ນ ຕໍ່ແຮ ຕາມທ້ອງຖະໜົນຂອງບ້ານ ຊວນລາ ຖືວ່າ ເປັນນັກສິລະປິນ ສະແດງສິລະປະ. ເຂົາເຈົ້າຍັງ ໄດ້ເຂົ້າ ຮ່ວມ ໃນການສອນອາຊີບໃນບັນດາໂຮງຮຽນອີກດ້ວຍ. ນີ້ ແມ່ນ ສັນຍານ ທ່ີດີໃຫ້ແກ່ການພັດທະນາ ຂອງອາຊີບມູນເຊື້ອ ທ່ີມີລັກສະນະທ້ອງຖິ່ນ. 
 









ຜະລິດຕະພັນ ຕໍ່ແຮ ດີເດ່ັນຈຳນວນໜຶ່ງ ຂອງບັນດານາຍຊ່າງ ບ້ານ ຊວນລາ. 

ຄວາມເປັນເອກະລັກຂອງອາຊີບປັ້ນ ຕໍ່ແຮ ໄດ້ແຜ່ຂະຫຍາຍ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ເປັນຄັ້ງທໍ່ອິດ ນາຍ ຊ່າງ ປັ້ນຕໍ່ແຮ ບ້ານ ຊວນລາ ຈຳນວນໜຶ່ງໄດ້ຖຶກເຊີນໄປແນະ ນຳ ແລະ ສະແດງ ວິທີການປັ້ນ ຕໍ່ແຮ ຢູ່ ຍີ່ປຸ່ນ, ສ ອາເມລິກາ, ສ ເກົາຫຼີ ຄື: ທ່ານ ດັ້ງວັນໂຕ໋, ທ່ານ ຫງວຽນວັນຖ້ວນ... ປີ 2007, 2012, ນາຍຊ່າງປັ້ນ ຕໍ່ແຮ ໜຸ່ມຂອງບ້ານ ຊວນລາ ທ່ານ ຫງວຽນວັນແທ່ງ ແລະ ດັ້ງວັນເຕິນ ໄດ້ກະຊວງ ວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ເຊີນເຂົ້າຮ່ວມ ສະແດງໃນ ລາຍການພົບປະສັງສັນ ຂອງປະຊາຊົນ ອາຊຽນ ເຊິ່ງໄດ້ຈັດ ຂຶ້ນ ຢູ່ປະເທດ ໄທ ແລະ ສປ ຈີນ. 
ບົດ: ຖາວວີ - ພາບ: ເຈິ່ນແທງຢາງ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top