• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ອາຊີບ ຕີເງິນ ຂອງ ຊາວເຜົ່າ ມົ້ງ ຢູ່ ລາວຊາ

ບ້ານ ລາວຊາ, ຕາແສງ ສູງລ່າ ເປັນຖິ່ນກຳເນີດຂອງອາຊີບ ຕີ ເງິນ ມູນເຊື້ອຂອງຊາວເຜົ່າ ມົ້ງ ເທິງພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ).​ ບັນດາເຄື່ອງປະດັບ ທີ່ເຮັດດ້ວຍເງິນ ຢູ່ ລາວຊາ ບໍ່ ພຽງແຕ່ເພື່ອໃຫ້ຊາວເຜົ່າ ມົ້ງ ສະແດງເຖິງຄວາມງາມ ແລະ ຄວາມຮັ່ງມີສີສຸກ ໃນໂອກາດງານບຸນ ຫຼື ບຸນປີໃໝ່ເທົ່ານັ້ນ, ຫາກຍັງໄດ້ນຳໃຊ້ເປັນເຄື່ອງປົກປັກຮັກສາສຸຂະພາບ, ນຳມາ ຄວາມສຸກອີກດ້ວຍ. 
ທີ່ ດົ່ງວັນ, ທຸກຄົນຕ່າງຮູ້ຈັກ ບ້ານ ລາວຊາ, ຕາແສງ ສູງລ່າ ເປັນ ຖິ່ນກຳເນີດຂອງ ອາຊີບ ຕີເງິນ ມູນເຊື້ອຂອງຊາວເຜົ່າ ມົ້ງ. ທ້ອງ ຖິ່ນດ່ັງກ່າວ ໄດ້ປະດິດອອກມາຫຼາຍຜະລິດຕະພັນ ທີ່ເຮັດດ້ວຍ ເງິນ ທີ່ມີຊື່ສຽງ ໂດ່ງດັງ ໃຫ້ແກ່ຫຼາຍລຸ້ນຄົນ. ອາຊີບ ຕີເງິນ ຢູ່ທີ່ ນີ້ ຖືວ່າ ເປັນໜຶ່ງໃນບັນດາອາຊີບມູນເຊື້ອ, ມີອາຍຸເກົ່າແກ່ທີ່ ສຸດຢູ່ ເຂດ ພູພຽງຫີນ ດົ່ງວັນ. ແຕ່ໃດໆ​ ມາ, ເມື່ອຢາກເຮັດເຄື່ອງປະ ດັບ ດ້ວຍເງິນຊຸດໜຶ່ງ, ຊາວທ້ອງຖິ່ນ, ບໍ່ພຽງແຕ່ເປັນຊາວເຜົ່າ ມົ້ງ ລ້ວນແຕ່ຕ້ອງເດີນທາງໄປ ລາວຊາ.  

ອາຊີບ ຕີເງິນ ຢູ່ ລາວຊາ ໄດ້ບັນດາລຸ້ນຄົນໃນຫຼາຍອາຊີບ ຮັກ ສາ, ສືບທອດກັນມາເປັນຫຼາຍເຊັ່ນຄົນ. ດ້ວຍທັດສະນະຮັກສາ ອາຊີບ, ອາຊີບ ຕີເງິນ ພຽງແຕ່ໄດ້ຖ່າຍທອດໃຫ້ແກ່ລູກຫຼານ ໃນ ຄອບຄົວເທົ່ານັ້ນ. ເພື່ອຊອກຮູ້ກ່ຽວກັບວິທີການຜະລິດອອກມາ ບັນດາຜະລິດຕະພັນພິເສດ ທີ່ເຮັດດ້ວຍເງິນຂອງຊາວເຜົ່າ ມົ້ງ, ພວກຂ້າພະເຈົ້າ ຈຶ່ງມາຫາຄອບຄົວທ່ານ ມົວ ແຊ່ ຊິງ (ອາຍຸ 67 ປີ). ເພິ່ນເປັນນາຍຊ່າງຕີເງິນ ຜູ້ມີຊື່ສຽງທີ່ສຸດ, ທຳອາຊີບ ດັ່ງ ກ່າວ ມາດົນກວ່າ 50 ປີ. 
 

ສາຍຄໍໄດ້ເຮັດໂດຍນາຍຊ່າງຕີເງິນຢູ່ ລາວຊາ. ພາບ: ຫວຽດເກື່ອງ/VNP


ບັນດານາຍຊ່າງ ຂອງ ຄອບຄົວໜຶ່ງ ທີ່ທໍາອາຊີບຕີ ເງິນ ຢູ່ ລາວຊາ. ພາບ: ຫວຽດເກື່ອງ/VNP


ຂັ້ນຕອນການຫຼອມເງິນເພື່ອຜະລິດເຄື່ອງປະດັບ. ພາບ: ຫວຽດເກື່ອງ/VNP


ຊຸດເຄື່ອງມືຄວັດ, ເຈາະລວດລາຍ ມູນເຊື້ອ ຂອງຊາວເຜົ່າ ມົ້ງ. ພາບ: ຫວຽດເກື່ອງ/VNP


ບັນດາລວດລາຍໄດ້ເຈາະຢ່າງລະອຽດ ໃສ່ສາຍຄໍມູນເຊື້ອ ເສັ້ນໜຶ່ງຂອງຊາວເຜົ່າ ມົ້ງ ໂດຍນາຍຊ່າງຢູ່ ລາວຊາ. ພາບ: ຫວຽດເກື່ອງ/VNP


ຊາວເຜົ່າ ມົ້ງ ຢູ່ ລາວຊາ ໄດ້ອອກແບບເຄື່ອງຈັກເຂົ້າໃນ
ຂັ້ນຕອນການຜະລິດເຄື່ອງປະດັບດ້ວຍເງິນ ດ້ວຍຕົນເອງ. ພາບ: ຫວຽດເກື່ອງ/VNP



ທ່ານ ມົວ ແຊ່ ຊິງ (ອາຍຸ 67 ປີ) ເປັນນາຍຊ່າງຕີເງິນ ຜູ້ມີ ຊື່ສຽງທີ່ສຸດຢູ່ ລາວຊາ, ເພິ່ນໄດ້ທຳອາຊີບ ນີ້ ມາດົນກວ່າ 50 ປີ. ພາບ: ຫວຽດເກື່ອງ/VNP




ບັນດາເຄື່ອງປະດັບ ທ່ີຜະລິດ ຈາກສີມືທີ່ ຄ່ອງ ແຄ້ວ ຂອງ ນາຍຊ່າງເຜົ່າ ມົ້ງ ຢູ່ ລາວຊາ. ພາບ: ຫວຽດເກື່ອງ/VNP

ທ່ານ ມົວ ແຊ່ຊິງ ໃຫ້ຮູ້ວ່າ ເພິ່ນໄດ້ປູ່ຍ່າ ຕາຍາຍ, ພໍ່ແມ່ ຖ່າຍ ທອດອາຊີບ ຕີເງິນ ໃຫ້ຕັ້ງແຕ່ນ້ອຍ. ເພື່ອຜະລິດອອກມາເຄື່ອງ ປະດັບ ຊຸດໜຶ່ງ ທີ່ເຮັດດ້ວຍເງິນ, ຕ້ອງນຳໃຊ້ເຄື່ອງມືຫຼາຍປະ ເພດຄື: ບັ້ງສູບລົມ, ຂອບຫຼໍ່, ເຄື່ອງຮີດ, ຄ້ອນຕີ, ຄີມ ແລະ ຊຸດ ເຄື່ອງຄວັດ, ເຈາະລວດລາຍ. ແຕ່ກ່ອນ, ວັດຖຸດິບ ທີ່ ໄດ້ນຳ ໃຊ້ ໃນການຜະລິດເຄື່ອງປະດັບ ສ່ວນຫຼາຍ ຈະແມ່ນເງິນ ຫຼຽນອິນ ດູຈີນ. ແຕ່ປັດຈຸບັນ, ເພາະປະເພດ ເງິນດັ່ງກ່າວຫາຍາກ, ຄອບ ຄົວເພິ່ນ ຕ້ອງນຳໃຊ້ເງິນທຳມະດາ ເພື່ອຮັບໃຊ້ ການຜະລິດ. ເລື່ອງເລືອກໄດ້ເງິນ ບໍລິສຸດ, ບໍ່ມີທາດອື່ນເຈືອປົນ ເປັນ ບັນຫາ ຕັດສິນຊີ້ຂາດ ໃນການຜະລິດອອກມາ ບັນດາຜະລິດຕະພັນ ທີ່ມີຄຸນນະພາບສູງ.  

ບັນດາຜະລິດຕະພັນດ້ວຍເງິນ ມີລັກສະນະ ຫົວຄິດປະດິດສ້າງ, ຄວາມງາມສູງ ທີ່ໄດ້ຜະລິດອອກມາຢູ່ ລາວຊາ ຕ້ອງຜ່ານ ຫຼາຍ ຂັ້ນຕອນການຜະລິດຢ່າງລະອຽດ. ນັບແຕ່ຂັ້ນຕອນການຫຼອມ, ເອົາລົງເບົ້າຫຼໍ່, ແຕ່ງຮູບຊົງ ແລ້ວຈຶ່ງໄດ້ຄວັດ, ເຈາະ ລວດລາຍ ແລະ ຂັດຖູໃຫ້ເຫຼື້ອມ. ອາຊີບຕີເງິນ ຮຽກຮ້ອງໃຫ້ນາຍຊ່າງ ຕ້ອງ ມີພອນສະຫວັນ, ຄວາມຄ່ອງແຄ້ວ, ອົດທົນ ແລະ ລະອຽດລະອໍ. ຍິ່ງ ກວ່ານັ້ນ, ຊ່າງຕີເງິນ ຕ້ອງໃຊ້ຄວາມຕັ້ງໝັ້ນ, ດຸໝັ່ນ, ພະຍາ ຍາມ ໃນຫຼາຍປີ ຈຶ່ງບັນລຸໄດ້ ສິ່ງຍອດຢ້ຽມຂອງ ອາຊີບ ຕີເງິນ ບ້ານ ລາວຊາ. 

ບັນດາເຄື່ອງສຳອາງ ເຮັດດ້ວຍເງິນ ທີ່ໄດ້ຜະລິດອອກມາ ຈາກ
ສີມືທີ່ຄ່ອງແຄ້ວຂອງບັນດານາຍຊ່າງ ຊາວເຜົ່າ ມົ້ງ ຢູ່ ລາວຊາ ລ້ວນແຕ່ມີຈຸດພິເສດໂດຍສະເພາະ, ລວດລາຍມີຊີວິດຊີວາ, ຈັບ ໃຈທ່ານຜູ້ຊົມ. ເຄື່ອງສຳອາງ ເຮັດດ້ວຍເງິນ ຢູ່ທີ່ນີ້ ບໍ່ພຽງແຕ່ມີ ຄວາມປານີດເທົ່ານັ້ນ, ຫາກຍັງມີຫຼາກຫຼາຍ ປະເພດຄື: ແຫວນ, ສ້ອຍຂໍ້ມື, ສ້ອຍຂໍ້ຕີນ, ສາຍຄໍ... ພ້ອມກັບ ເສື້ອຜ້າອາພອນ, ບັນ ດາຜະລິດຕະພັນຕີເງິນ ຢູ່ ລາວຊາ ໄດ້ສ້າງຄວາມງາມທີ່ເຕັມ ໄປດ້ວຍສີສັນຂອງ ພໍ່ແມ່ ປະຊາຊົນ ຊາວເຜົ່າ ມົ້ງ ຢູ່ເຂດພູ ພຽງ ຫີນ ດົ່ງວັນ ຍິ່ງຂຶ້ນ. 
 
ປະຕິບັດ: ຫວຽດເກື່ອງ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top