• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ອາຈານມວຍ ຫງວຽນແທ່ງຈຸງ ແລະ ຄວາມຮັກກັບ ການແພດ-ມວຍ ຫວຽດ

ປັດຈຸບັນ ເປັນຮອງຜູ້ອຳນວຍການສູນ UNESCO ພັດທະນາ ດ້ານ ວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ທັງເປັນຫົວໜ້າ ຄູຝຶກນິກາຍມວຍ ລາກຫວຽດຫວໍ໊ດ້າວ, ອາຈານມວຍ ຫງວຽນ ແທ່ງຈຸງ ເປັນຜູ້ທ່ີໄດ້ອຸທິດ ຢ່າງໃຫຍ່ຫຼວງ ໃຫ້ແກ່ຊຸມຊົນ ໃນການ ພັດທະນາ ສິລະປະການຕໍ່ສູ້ພື້ນເມືອງ ປະສານສົມທົບ ກັບ ການ ປິ່ນປົວພະຍາດ ດ້ວຍການແພດແຜນຕາເວັນອອກ  ຊ່ວຍຍົກສູງ ດ້ານສຸຂະພາບ ຂອງ ຊຸມຊົນ. 
ເກີດປີ 1963 ຢູ່ ຮ່າໂນ້ຍ, ອາຈານມວຍ ຫງວຽນແທ່ງຈຸງ ເລີ່ມ ຮຽນສິລະປະການຕໍ່ສູ້ແຕ່ອາຍຸ 14 ປີ ແລະ ເປັນຄົນເປີດກວ້າງນິ ກາຍມວຍ ລາກຫວຽດຫວໍ໊ດ້າວ ຢູ່ ຫວຽດນາມ. ດ້ວຍໃຈ, ອາ ຈານມວຍ ຫງວຽນແທ່ງຈຸງ ໄດ້ພັດທະນາ ລາກຫວຽດຫວໍດ້າວ ໂດຍມີ ຄ້າຍມວຍ 64 ແຫ່ງ ແລະ ມີລູກສິດເກືອບ 10.000 ຄົນ. ລູກສິດຂອງນິກາຍມວຍ ລາກຫວຽດຫວໍ໊ດ້າວ ມີທຸກໄວ ນັບແຕ່ ອາຍຸ 5 ປີ ເຖິງ ອາຍຸ 90 ປີ, ເຂົາເຈົ້າມາຮຽນເພື່ອ ຝຶກແອບ ໃຫ້ ກຳລັງແຂງແຮງ ແລະ ເພີ່ມພູມຕ້ານທານ ຂອງ ຮ່າງກາຍ.
 
ປັດຈຸບັນ, ລາກຫວຽດຫວໍດ້າວ ມີຄ້າຍມວຍ 64 ແຫ່ງ ໂດຍມີຕາລາງ ຮຽນທຸກອາທິດ ກໍຄືຮ່ວມງານກັບຫຼາຍ ໂຄງການວັດທະນະ ທຳ ດ້ວຍຈຸດປະສົງ ເຜີຍແຜ່ສິລະປະການຕໍ່ສູ້ ຕໍ່ຊຸມຊົນ. 
ຄວາມມຸ່ງຫວັງຂອງ ອາຈານມວຍ ຫງວຽນແທ່ງຈຸງ ແມ່ນ “ພັດທະນາ ແລະ ເຜີຍແຜ່ສິລະປະການຕໍ່ສູ້ພື້ນເມືອງ ອອກສູ່ສາກົນ ເພື່ອໃຫ້ເພື່ອນມິດສາກົນ ຮູ້ຈັກສິລະປະການຕໍ່ສູ້ພື້ນເມືອງ ຫວຽດ ນາມ”. ປີ 2005, ທ່ານ ໄດ້ຮັບເຊີນຈາກ ສູນສຶກສາ ສາກົນ ILO (ນະຄອນ Torino, ອີຕາລີ) ເຊີນເຂົ້າຮ່ວມງານ ສຳມະນາ ແລະ ແນະນຳສິລະປະການຕໍ່ສູ້ພື້ນເມືອງ ຫວຽດນາມ ສູ່ແຟນມວຍ ຢູ່ ເອີຣົບ. ງານສຳມະນາໄດ້ປະສົບຜົນສຳເລັດ ແລະ ໄດ້ຮັບຕີ ລາ ຄາສູງ ຈາກເພື່ອນມິດສາກົນ. ມີອາຈານມວຍຫຼາຍຄົນ ໄດ້ຕິດ ຕາມສິລະປະການຕໍ່ສູ້ ລາກຫວຽດຫວໍ໊ດ້າວ, ສ່ວນອາຈານມວຍ ຫງວຽນແທ່ງຈຸງ ໄດ້ຮຽນເພີ່ມ ສິລະປະການຕໍ່ສູ້ຈຳນວນໜຶ່ງຂອງ ອີຕາລີ ແລະ ໄດ້ເປີດການຮ່ວມມື ພົບປະສັງສັນ ດ້ານວັດທະນະ ທຳສິລະປະການຕໍ່ສູ້ ລະຫວ່າງຫວຽດນາມ- ອີຕາລີ. 

ອາຈານມວຍ ຫງວຽນແທ່ງຈຸງ ຜູ້ກໍ່ຕັ້ງນິກາຍມວຍ ລາກຫວຽດ ຫວໍ໊ດ້າວ ໄດ້ສະຫະພັນ ບັນດາ ສະມາຄົມ UNESCO ຫວຽດ ນາມ ມອບໃບຍ້ອງຍໍ ແລະ ນິກາຍມວຍ ລາກຫວຽດຫວໍດ້າວຖືກ 
ນຳເຂົ້າ ໃນບັນຊີລາຍຊື່ ສິລະປະການຕໍ່ສູ້ວັດທະນະທຳ ຂອງ ຊາດ ຕ້ອງໄດ້ ຮັບການອະນຸລັກຮັກສາ ແລະ ພັດທະນາ. ພາບ: ຫວຽດເກື່ອງ


ອາຈານມວຍ ຫງວຽນແທ່ງຈຸງ ສະແດງທ່າການຕໍ່ສູ້ ທ່ີສວຍງາມ ຂອງ ນິກາຍ ລາກຫວຽດຫວໍ໊ດ້າວ ແຫ່ງ ເຫົ່າເຈົາຫງວຽດ. ພາບ: ຫວຽດເກື່ອງ


ອາຈານມວຍ ຫງວຽນແທ່ງຈຸງ ແລະ ທ່າການຕໍ່ສູ້ “ຟຽນເທິນ ອວຽນ ເອືອງດາວ”... ພາບ: ຫວຽດເກື່ອງ





... ທ່ານ ສະແດງຢູ່ເດີ່ນ ຫໍວິຫານ ກວ໋ານແທ໋ງ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ

ປັດຈຸບັນ, ອາຈານມວຍ ຫງວຽນແທ່ງຈຸງ ໄດ້ຮັບໃບປະກາດສະ ນີຍະບັດ ອາຈານມວຍ ສາກົນ ແລະ ເປັນອາຈານມວຍ ຜູ້ຕາງໜ້າ ຂອງ ຫວຽດນາມ ເຂົ້າຮ່ວມສະມາຄົມມວຍທະຫານສາກົນ ທີ່ Torino, ອີຕາລີ.

ສືບຕໍ່ຜົນງານດັ່ງກ່າວ ໄດ້ມີອາຈານມວຍ ທີ່ມີຊື່ສຽງຫຼາຍຄົນ ຂອງ ຍີ່ປຸ່ນ ໄດ້ມາຫວຽດນາມ ຢ້ຽມຢາມຄ້າຍມວຍ ຂອງ ນິກາຍ ມວຍ ລາກຫວຽດຫວໍ໊ດ້າວ ແລະ ມີຄວາມນິຍົມມັກ ບັນດາທ່າ ສິລະປະການຕໍ່ສູ້ ທ່ີສວຍງາມ ແລະ ເຕັມໄປດ້ວຍ ສີສັນວັດທະ ນະທຳ ຫວຽດນາມ.



ອາຈານມວຍ ຫງວຽນແທ່ງຈຸງ ກັບລູກສິດ ທີ່ກຳລັງຮຽນສິລະປະ ການຕໍ່ສູ້ ພື້ນເມືອງ. ພາບ: ເອກະສານ


ການສະແດງ ຂອງບັນດານັກຮຽນທ່າການຕໍ່ສູ້ ຂອງ ນິກາຍ ລາກ ຫວຽດຫວໍ້ ດ້າວ. ພາບ: ຫວຽດເກື່ອງ


ອາຈານມວຍ ຫງວຽນແທ່ງຈຸງ ມອບເຄື່ອງທີ່ລະນຶກໃຫ້ແກ່ບັນດາ ຄ້າຍມວຍ ໃນງານປະກວດການສະແດງມູນເຊື້ອ ຂອງ ນິກາຍ ມວຍ ລາກຫວຽດຫວໍ໊ດ້າວ. 

ຫົວໜ້າຄູຝຶກ ນິກາຍມວຍ ລາກຫວຽດຫວໍ໊ດ້າວ ຫງວຽນແທ່ງຈຸງ ແລະ ອາຈານມວຍຂອງ ບັນດາຄ້າຍມວຍ ລາກຫວຽດຫວໍ໊ດ້າວ.  ພາບ: ເອກະສານ

ອາຈານມວຍ ຫງວຽນແທ່ງຈຸງ ໄດ້ສະຫະພັນ ບັນດາ ສະມາຄົມ UNESCO ຫວຽດນາມ ມອບໃບຍ້ອງຍໍ ແລະ ນິກາຍມວຍ ລາກ ຫວຽດຫວໍດ້າວ ໄດ້ນຳເຂົ້າ ບັນຊີລາຍຊື່ ສິລະປະການຕໍ່ສູ້ ວັດທະ ນະທຳ ຂອງຊາດ ຕ້ອງໄດ້ຮັບການອະນຸລັກຮັກສາ ແລະ ພັດທະ ນາ. 
ຕະຫຼອດ 20 ກວ່າປີຜ່ານມາ, ອາຈານມວຍ ຫງວຽນແທ່ງຈຸງ ພ້ອມກັບ ລູກສິດ ແລະ ເພື່ອນຮ່ວມງານ ໄດ້ປະສານສົມທົບ ກັບ ສະຖາບັນ ປ້ອງກັນຄວາມສະຫງົບ ປະຊາຊົນ ໄດ້ສອນນັກຮຽນ ຢູ່ທີ່ນີ້ ບັນດາເຕັກນິກສະເພາະ ໃນການປ້ອງກັນຕົວ ແລະ ສະກັດກັ້ນ ອາດສະຍາກຳ ດ້ວຍສິລະປະການຕໍ່ສູ້ພື້ນເມືອງ, ທ່າຕໍ່ ສູ້ໄລຍະໃກ້ ກັບອາດສະຍາກໍາ ຢ່າງຄ່ອງແຄ້ວ, ອ່ອນໂຍນ, ຊໍານິຊໍານານ, ນີ້ແມ່ນສິລະປະການຕໍ່ສູ້ ທີ່ຊ່ວຍໃຫ້ເຈົ້າໜ້າທ່ີ ຕໍາຫຼວດ ເພີ່ມຄວາມສາມາດໃນການຕໍ່ສູ້ ເພື່ອສຳເລັດໜ້າທີ່. 

ອາຈານມວຍ ຫງວຽນແທ່ງຈຸງ ເປັນຜູ້ມີຈິດໃຈສຶກສາຫາຄວາມຮູ້ ເປັນເຂັມຊີ້ທິດ ໃນພາລະກິດຂອງຕົນ. ຕອນຍັງໜຸ່ມ, ທ່ານເຄີຍ ຮຽນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລະ ມະຫາວິທະ ຍາໄລກົດໝາຍ ຮ່າໂນ້ຍ ແລະ ເມື່ອອາຊີບສິລະປະການຕໍ່ສູ້ ກໍາ ລັງຢູ່ຈຸດສູງສຸດ, ທ່ານ ບໍ່ໄດ້ຢຸດການຮຽນຢູ່ທີ່ນັ້ນ, ແຕ່ໄດ້ຮຽນ ເພີ່ມ ອາຊີບເປັນໝໍຢາພື້ນເມືອງ ອີກດ້ວຍ. ອາຈານມວຍ ແລະ ໝໍຢາພື້ນເມືອງ ທັງສອງຢ່າງ ໄດ້ປະສານເຂົ້າກັນ ຊ່ວຍທ່ານ ປິ່ນປົວ ໃຫ້ບັນດາຫຼານນ້ອຍ ເປັນສາຍຕາສັ້ນ ແລະ ຜູ້ເຖົ້າ ເປັນຂໍ້ກະ ດູກເຊື່ອມ ແລະ ບັນດາພະຍາດຊຳ້ເຊື້ອ ດ້ວຍເຕັກນິກ ບີບເສັ້ນ ແລະ ປັກເຂັມ. ໝໍຢາພື້ນເມືອງ ຫງວຽນແທ່ງຈຸງ ໄດ້ໄຂຄວາມ ໃນໃຈອອກມາວ່າ: “ສຳລັບຂ້າພະເຈົ້າ, ມວຍເປັນພົມລິຄິດ, ໝໍ ຢາ ເປັນອາຊີບ, ຂ້າພະເຈົ້າ ປະສານສອງຮູບແບບນີ້ ເພື່ອຊ່ວຍ ໃຫ້ລູກສິດ ແລະ ຜູ້ຄົນຢູ່ອ້ອມຂ້າງຕົນ ມີສຸຂະພາບ ແຂງແຮງ ແລະ ຈາກນັ້ນມີນຳ້ໃຈເຮັດວຽກ ໄດ້ຫຼາຍຢ່າງ ເພື່ອຜົນປະໂຫຍດ ຕໍ່ຊຸມຊົນ ອີກດ້ວຍ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top