• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາກຊັງຕິນ ມອບວັກຊິນກັນໂຄວິດ - 19 AstraZeneca 500.000 ໂດສໃຫ້ແກ່ ຫວຽດນາມ

      ໃນເດືອນກັນຍາ ປີ 2020, ອາກຊັງຕິນ ໄດ້ຮັບຜ້າອັດປາກດັງ ຈາກ ການໜູນຊ່ວຍຂອງຫວຽດນາມ ໃນຈຸດເວລາທີ່ໂລກ ຍັງບໍ່ທັນມີວັກຊິນ ຫຼືມີແຜນການສັກວັກຊິນກັນໂຄວິດ - 19.
ພິທີມອບຮັບ (ພາບ: ສະຖານທູດ ອາກຊັງຕິນ ປະຈຳ ຫວຽດນາມ)
      ໃນຂອບເຂດການພົວພັນຄູ່ຮ່ວມມືສອງຝ່າຍ ຢ່າງຮອບດ້ານ ນັບແຕ່ ປີ 2010 ແລະ ດ້ວຍເປົ້າໝາຍຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19, ສາທາລະນະລັດ ອາກຊັງຕິນ ໄດ້ໜູນຊ່ວຍ ວັກຊິນກັນໂຄວິດ - 19 ຈຳນວນ 500.00 ໂດສ ໃຫ້ແກ່ ຫວຽດນາມ. ວັກຊິນ ງວດນີ້ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ໃນຕອນບ່າຍວັນທີ 24 ພະຈິກ ແລະ ໂດຍທ່ານເອກອັກຄະລັດຖະທູດ ສ.ອາກຊັງຕິນ , Luis Pablo María Beltramino ມອບໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ຢ່າງເປັນທາງການ. ກ່ອນໜ້ານັ້ນ, ໃນເດືອນກັນຍາ ປີ 2020, ອາກຊັງຕິນ ໄດ້ຮັບຜ້າອັດປາກດັງ ຈາກ ການໜູນຊ່ວຍຂອງຫວຽດນາມ ໃນຈຸດເວລາທີ່ໂລກ ຍັງບໍ່ທັນມີວັກຊິນ ຫຼືມີແຜນການສັກວັກຊິນກັນໂຄວິດ - 19.
  (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top