• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ສຸດ​ທ້າຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV

ກອງປະຊຸມສຸດທ້າຍຂອງອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 12 ວັນ.ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ສະຫຼຸບວຽກງານທັງໝົດຂອງອາຍຸການ 2016 – 2021 ຂອງບັນດາອົງການໃນກົງຈັກລັດ, ພິຈາລະນາ, ຕົກລົງວຽກງານບຸກຄະລາກອນ ແລະ ບາງເນື້ອໃນສຳຄັນອື່ນໆອີກ. 

ຕອນບ່າຍວັນທີ 8 ເມສາ, ກອງປະຊຸມສະໄໝສາມັນເທື່ອທີ 11 - ກອງປະຊຸມສຸດທ້າຍຂອງອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 12 ວັນ. ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ສະຫຼຸບວຽກງານທັງໝົດຂອງອາຍຸການ 2016 – 2021 ຂອງບັນດາອົງການໃນກົງຈັກລັດ, ພິຈາລະນາ, ຕົກລົງວຽກງານບຸກຄະລາກອນ ແລະ ບາງເນື້ອໃນສຳຄັນອື່ນໆອີກ. ເຂົ້າຮ່ວມວາລະອັດກອງປະຊຸມ  ມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນ.
ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: chinhphu.vn)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ໂດຍໄດ້ປະຕິບັດແຜນນະໂຍບາຍສັບຊ້ອນ, ບູລະນະບຸກຄະລາກອນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ, ສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງການພົ້ນຕຳແໜ່ງ, ໃຫ້ສັດຕະຍາບັນບາງຕຳແໜ່ງໃນກົງຈັກລັດ, ຮັບປະກັນລັກສະນະປະຊາທິປະໄຕ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມເປັນຢ່າງສູງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ສະພາແຫ່ງຊາດໄດ້ເນັ້ນໜັກວ່າ ການບູລະນະບຸກຄະລາກອນໃນກອງປະຊຸມຄັ້ງນີ້ ແມ່ນບາດກ້າວຫັນປ່ຽນສຳຄັນ ເພື່ອໃຫ້ບັນດາອົງການລັດ ປະຕິບັດໜ້າທີ່, ສິດອຳນດໃຫ້ເປັນຢ່າງດີ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍຈົນໝົດອາຍຸການ. ພິເສດແມ່ນ ຕ້ອງສຸມຈິດສຸມໃຈເປັນຢ່າງສູງເພື່ອປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ປີ 2021 ຕິດພັນກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ວຽກງານກະກຽມ ແລະ ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021  2026, ຮັບປະກັນ ໃຫ້ເຫດການການເມືອງສຳຄັນນີ້ ຖືກດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດຢ່າງຈົບງາມໃນວັນທີ 23 ພຶດສະພາຈະມາເຖິງນີ້ ແລະ ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນ”.

        ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລ້ວ, ໄລຍະ 5 ປີ ຜ່ານມາ, ດ້ວຍຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ພູມປັນຍາ ແລະ ຄວາມໄຝ່ຝັນຢາກອຸທິດສ່ວນ, ບັນດາສະມາຊິກສະພາແຫ່ງຊາດ ມີຄວາມໃກ້ຊິດສະໜິດສະໜົມກັບຜູ້ມີສິດເລືອກຕັ້ງ, ສ່ອງແສງ ແລະ ສະໜີບັນດາມາດຕະການທີ່ແທດເໝາະກັບຕົວຈິງ, ມີພື້ນຖານ, ອັບເດດ ແລະ ນຳເອົາສະພາບການຂອງການດຳລົງຊີວິດ ໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ. ທ່ານປະທານສະພາແຫ່ງຊາດ ຫວັງວ່າ, ນ້ຳໃຈດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຮງໃນໄລຍະຈະມາເຖິງ.

        “ອາຍຸການສະພາແຫ່ງຊາດຊຸດທີ XIV ໄດ້ອັດລົງ ກໍແມ່ນຈຸດເວລາກະກຽມໃຫ້ແກ່ການສືບທອດພາລະໜ້າທີ່ອັນສຳຄັນ ແລະ ເປັນມູນເຊື້ອຂອງສະພາແຫ່ງຊາດ. ພວກເຮົາເຊື່ອໝັ້ນວ່າ ບັນດາຜົນງານ ແລະ ບົດຮຽນ, ປະສົບການອັນລ້ຳຄ່າຂອງໄລຍະທາງອັນສະຫງ່າລາສີຂອງ 75 ປີຜ່ານມາ ຈະແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ສະພາແຫ່ງຊາດຊຸດທີ XV ແລະ ຊຸດຕໍ່ໆໄປ ສືບທອດ, ເສີມຂະຫຍາຍ, ສົມກັບເປັນອົງການຜູ້ແທນສູງສຸດຂອງປະຊາຊົນ, ອົງການມີສິດອຳນາດແຫ່ງລັດສູງສຸດ ຂອງ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ./.”

 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top