• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັງກິດ ໃຫ້ບູລິມະສິດບັນຫາດິນຟ້າອາກາດ ແລະ ການສຶກສາໃນກອງປະຊຸມລັດຖະມົນຕີການຕ່າງປະເທດ G7

      ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ໂດມິນິກຣາບ ຢືນຢັນວ່າ ບັນດາປະເທດ G7 ຈະມີການກະທຳແນໃສ່ຮັບປະກັນການສຳຜັດຢ່າງຍຸດຕິທຳ ຕໍ່ຢາວັກຊີນກັນ ໂຄວິດ - 19 ໃນທົ່ວໂລກ
ລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab
      ວັນທີ 2 ພຶດສະພາ ອັງກິດ ເຊິ່ງແມ່ນປະເທດເປັນປະທານໝູນວຽນ ຂອງກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ໄດ້ແຈ້ງໃຫ້ຊາບບັນດາເປົ້າໝາຍກ່ຽວກັບການຊ່ວຍໜູນ ດ້ານການເງິນໃຫ້ແກ່ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການສຶກສາໃຫ້ແກ່  ເດັກຍິງ ຈະແມ່ນເນື້ອໃນສຳຄັນແຖວໜ້າ ໃນການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດ G7ເຊິ່ງຄາດວ່າຈະດຳເນີນແຕ່ 3 ພຶດສະພາ ຢູ່ນະຄອນຫຼວງ ລອນດອນ ຂອງ ອັງກິດ.
  ໃນແຈ້ງການສະບັບໜຶ່ງທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ໂດມິນິກ ຣາບ ຢືນຢັນວ່າ ບັນດາປະເທດ G7 ຈະມີການກະທຳແນໃສ່ຮັບປະກັນການສຳຜັດຢ່າງຍຸດຕິທຳ ຕໍ່ຢາວັກຊີນກັນ ໂຄວິດ - 19 ໃນທົ່ວໂລກ. ພ້ອມກັນນັ້ນບັນດາປະເທດຈະວາງອອກບັນດາເປົ້າໝາຍກ່ຽວກັບການສຶກສາໃຫ້ແກ່ເດັກຍິງ ພ້ອມກັນເຫັນດີຕໍ່ແຜນການທະເຍີທະຍານ ໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກອອກບັນດາມາດຕະການໃໝ່ ແນໃສ່ສະກັດກັ້ນໄພອຶດຫິວ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top