• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງ​ສຽງ​ສາ​ກົນ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ໃນຊຸມວັນຜ່ານມາ, ວົງການເຈົ້າໜ້າທີ່, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ສື່ມວນຊົນສາກົນ ໄດ້ໃຫ້ຄວາມສົນໃຈເປັນພິເສດເຖິງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ເຊິ່ງຖືກດຳເນີນແຕ່ວັນທີ 24 ມີນາ ຫາວັນທີ 8 ເມສາ ໂດຍເນື້ອໃນຈຸດສຸມແມ່ນ ບູລະນະບຸກຄະລາກອນການນຳ ລັດ, ສະພາແຫ່ງຊາດ, ລັດຖະບານ.

ໃນບົດຂຽນທີ່ມີຫົວຂໍ້ວ່າ “ສະພາແຫ່ງຊາດ ຫວຽດນາມ ບູລະນະບັນດາຕຳແໜ່ງການນຳໃນກົງຈັກລັດ”, ສຳນັກຂ່າວສານປະເທດລາວ KPL ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບຄວາມໝາຍຂອງເລື່ອງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງບັນດາຕຳແໜ່ງການນຳ. ຕາມບົດຂຽນແລ້ວ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ໃນຄັ້ງນີ້ ລ້ວນແຕ່ໄດ້ສ້າງຫຼາຍຂີດໝາຍຄວາມປະທັບໃຈດ້ວຍຄວາມມານະພະຍາຍາມ, ນ້ຳໃຈປະດິດຄິດສ້າງ ແລະ ຄວາມຮັບຜິດຊອບສູງ ໃນຖານະຕຳແໜ່ງກ່ອນນີ້ຂອງຕົນ.
ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: TTXVN)

ກໍ່ມີທັດສະນະອັນດຽວກັນ, ເວັບໄຊ Cubadebate, ສື່ເລັກໂຕນິກໃຫຍ່ສຸດຂອງ ກູບາ ຖືວ່າ ການນຳລຸ້ນໃໝ່ຂອງ ຫວຽດນາມ ຈະສືບຕໍ່ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ, ສືບຕໍ່ສະແດງທາດແທ້ຂອງຊົນຊັ້ນກຳມະກອນ, ໄປຄຽງຄູ່ກັບການຍົກສູງກຳລັງຄວາມສາມາດໃນການນຳມາ, ລັກສະນະຕໍ່ສູ້ຂອງພັກ, ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ສ້າງກົງຈັກບໍລິຫານລັດກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນ.

        ສ່ວນໃນເວັບໄຊຂອງສະຖາບັນຄົ້ນຄວ້າບັນດາບັນຫາສາກົນ S.Rajaratnam ຂອງສິງກະໂປ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນທີ່ສຸດແມ່ນ ຖັນແຖວການນຳຊຸດໃໝ່ຂອງ ຫວຽດນາມ ໄດ້ສ້າງຂີດໝາຍແກ່ການປະສົມປະສານລະຫວ່າງປັດໄຈປະສົບການກັບປັດໄຈຄວາມໃໝ່ອ່ຽມ. ນີ້ແມ່ນຮູບແບບເໝາະສົມ ແລະ ຈຳເປັນເພື່ອນຳພາ ຫວຽດນາມ ຕາມເປົ້າໝາຍສູ້ຊົນຮອດກາງສະຕະວັດທີ XXI, ຫວຽດນາມ ໄດ້ກາຍເປັນປະເທດພັດທະນາມີລາຍຮັບສູງ ຕາມກຳນົດທິດສັງຄົມນິຍົມ.

        ນອກຈາກນັ້ນ, ບັນດາສື່ເອເລັກໂຕນິກຂອງ ເມັກຊີໂກ, ບັນດາໜັງສືພິມລາຍໃຫຍ່ ແລະ ມີຄວາມໄວ້ວາງໃຈຂອງ ລັດເຊຍ ກໍໄດ້ລົງຂ່າວ, ບົດວິໄຈ ແລະ ວິພາກວິຈານກ່ຽວກັບຜົນສຳເລັດໃນວຽກງານບຸກຄະລາກອນຂັ້ນສູງຂອງ ຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top