• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເຂົ້າ​ຮ່ວມ​ວາ​ລະ​​ປະ​ຊຸມກວດ​ກາ​ຄືນ​ນະ​ໂຍ​ບາຍ​ທາງ​​ການ​ຄ້າ​ຄັ້ງ​ທີ 7 ຂອງ ອິນ​ເດຍຢ​ູ່ WTO

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ ໄດ້ຢັ້ງຢືນວ່າ ການເຄົາລົບບັນດາຫຼັກການທາງການຄ້າ ຂອງ WTO ແມ່ນວິທີການແກ້ໄຂອັນໜຶ່ງດຽວ ເພື່ອແກ້ໄຂວິກິດການທີ່ພວມເກີດຂຶ້ນ ແລະ ຈະສືບຕໍ່ສວມບົດບາດຕັ້ງໜ້າເພື່ອຮັກສາ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍຢ່າງມີຄວາມຍຸຕິທຳ ແລະ ສະເໝີພາບ. 
ທ່ານນາງ ເລທິຕວຽນມາຍເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ປສຊ (ພາບ: TTXVN)

ແຕ່ວັນທີ 6 – 8 ມັງກອນ,  ວາລະປະຊຸມກວດກາຄືນ ນະໂຍບາຍທາງດ້ານການຄ້າຄັ້ງທີ 7 ຂອງ ອິນເດຍ ໃນໄລຍະ 2015 – 2020 ໄດ້ດຳເນີນຢູ່ສຳນັກງານ ອົງການການຄ້າໂລກ (WTO) ຢູ່ເຊີແນວ (ປະເທດສະວິດ), ພາຍໃຕ້ຮູບການປະຊຸມທາງອອນລາຍ ແລະ ປະຊຸມຢູ່ຫໍປະຊຸມ. ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງໆຢູ່ເຊີແນວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມ.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ ໄດ້ຢັ້ງຢືນວ່າ ການເຄົາລົບບັນດາຫຼັກການທາງການຄ້າ ຂອງ WTO ແມ່ນວິທີການແກ້ໄຂອັນໜຶ່ງດຽວ ເພື່ອແກ້ໄຂວິກິດການທີ່ພວມເກີດຂຶ້ນ ແລະ ຈະສືບຕໍ່ສວມບົດບາດຕັ້ງໜ້າເພື່ອຮັກສາ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍຢ່າງມີຄວາມຍຸຕິທຳ ແລະ ສະເໝີພາບ. ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບ ອິນເດຍ ເພື່ອສ້າງເງື່ອນໄຂຊຸກຍູ້ການພັດທະນາຂອງບັນດາລະບົບຕອບສະໜອງໃນພາກພື້ນ ກໍ່ຄືປະກອບສ່ວນເຂົ້າການຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top