• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ຍັງບໍ່​ມີຂໍ້ກຳ​ນົ​ດ​ສະ​ເພາະ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ສຳ​ລັບ​ຜູ້​ທີ່ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັ​ນ​ໂຄວິດ - 19 ແລ້ວ

ໃນສະພາບການ “Passport ວັກຊິນ” ໄດ້ເລີ່ມນຳໃຊ້ຢູ່ບາງປະເທດໃນໂລກ, ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ພວມສົມທົບກັນ, ຄົ້ນຄ້ວາ, ຕີລາຄາ ແລະ ສະເໜີມາດຕະການແກ້ໄຂທີ່ເໝາະສົມກັບບັນຫານີ້.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 8 ເມສາ, ໃນການຖະແຫຼງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດ ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ສະເໜີຂໍ້ໃຫ້ສະໜອງຂໍ້ມູນຂ່າວກ່ຽວກັບລະບຽບການເຂົ້າເມືອງສຳລັບຜູ້ທີ່ໄດ້ຮັບການສັກວັນຊິນກັນໂຄວິດ - 19 ແລ້ວ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມຍັງບໍ່ທັນມີຂໍ້ກຳນົດສະເພາະກ່ຽວກັບລະບຽບການເຂົ້າເມືອງ ສຳລັບຜູ້ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ແລ້ວ. ໃນສະພາບການ “Passport ວັກຊິນ” ໄດ້ເລີ່ມນຳໃຊ້ຢູ່ບາງປະເທດໃນໂລກ, ໂດຍປະຕິບັດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ພວມສົມທົບກັນ, ຄົ້ນຄ້ວາ, ຕີລາຄາ ແລະ ສະເໜີມາດຕະການແກ້ໄຂທີ່ເໝາະສົມກັບບັນຫານີ້. ກະຊວງການຕ່າງປະເທດ ພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຊອກຮູ້, ສັງລວມບົດຮຽນປະສົບການຕົວຈິງຂອງບັນດາປະເທດເພື່ອແນໃສ່ ຄົ້ນຄ້ວາ, ສະເໜີນະໂຍບາຍການເຂົ້າເມືອງທີ່ເໝາະສົມ, ມຸ່ງໄປເຖິງເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ, ທັງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top