• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ດຳ​ລົງ​ຕຳ​ແໜ່ງ​ເປັ​ນ​ປະ​ທານ ອາ​ຊຽນ ໄດ້​ເປັນ​ຢ່າງ​ດີ, ​ມີ​ໄຫວ​ພິບ ແລະ ມີ​ຫົວ​ຄິດ​ປະ​ດິດສ້າງ

ນັບແຕ່ວັນທີ 1 ພະຈິກ ປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງເປັນທາງການ. ໂດຍດຳລົງຕໍາແໜ່ງເປັນປະທານ ອາຊຽນ 2020 ກົງກັບໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ສືບຕໍ່ຢັ້ງຢືນຢ່າງແຮງບົດບາດຂອງສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຊາຍຄາລວມຂອງ ອາຊຽນ. ໄລ່ມາຮອດປັດຈຸບັນ, ສາມາດຈະຢັ້ງຢືນໄດ້ວ່າ ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ ດ້ວຍບັນດາຄວາມມານະພະຍາຍາມຈາກນະໂຍບາຍຕະຫຼອດຮອດພຶດຕິກຳຕົວຈິງ ທີ່ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ.

ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ເຊິ່ງເປັນກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງອາຍຸການເປັນປະທານ ອາຊຽນ 2020 ທີ່ໄດ້ສິ້ນສຸດລົງຢ່າງຈົບງາມຫວ່າງມໍ່ໆມານີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ, ທຸກເປົ້າໝາຍ, ທຸກບຸລິມະສິດ ແລະ ຂໍ້ລິເລີ່ມ ໂດຍປະທານ ອາຊຽນ 2020 ຫວຽດນາມ ໄດ້ສະເໜີມາ ລ້ວນແຕ່ໄດ້ຮັບການຮັບຮອງເອົາ ແລະ ໃຫ້ສັດຕະຍາບັນຈາກການນຳບັນດາປະເທດ. ບັນດາປະເທດກໍຕີລາຄາສູງຕໍ່ ຫວຽດນາມ ທີ່ໄດ້ຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 , ນຳພາປະຊາຄົມ ອາຊຽນ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ແທດຈິງ.”

        ຮຽນທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ທ່ານຕີລາຄາແນວໃດຕໍ່ໝາກຜົນທີ່ກອງປະຊຸມສຸດຍອດ ອາຊຽນ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງບັນລຸໄດ້?

        ອາດເວົ້າໄດ້ວ່າ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ສິ້ນສຸດລົງຢ່າງຈົບງາມ. ພວກເຮົາບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ໃນນັ້ນ, ສາມາດເວົ້າໄດ້ວ່າບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງການນຳບັນດາປະເທດ  ພ້ອມກັບບັນດາບຸລິມະສິດຂອງທັງປີ ລ້ວນແຕ່ໄດ້ສະແດງອອກໃນກອງປະຊຸມຄັ້ງນີ້ ແລະ ການນຳບັນດາປະເທດໄດ້ຮັບຮອງເອົາ ແລະ ໃຫ້ສັດຕະຍາບັນ. ນັ້ນແມ່ນສິ່ງທີ່ໜ້າຊື່ນຊົມທີ່ສຸດທັງໃນຂົງເຂດສ້າງປະຊາຄົມ ກໍຄືການຮັບມືກັບໂລກລະບາດໂຄວິດ - 19 ແລະ ມຸ່ງໄປເຖິງການຟື້ນຟູບັນດາປະເທດ ອາຊຽນ.


ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ  (ພາບ: baoquocte.vn)
 

ພ້ອມກັນນັ້ນ, ບັນດາບັນຫາທີ່ພວກເຮົາໄດ້ວາງອອກໃນໂຄງການດຳເນີນງານ ກໍໄດ້ປະຕິບັດສຳເລັດ ແລະ ໄດ້ຮັບການຕອບສະໜອງຢ່າງແຮງ ຈາກການນຳບັນດາປະເທດ ອາຊຽນ ກໍຄືການນຳບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ. ສາມາດຢັ້ງຢັນໄດ້ວ່າ, ກອງປະຊຸມໄດ້ດຳເນີນໄປດ້ວຍດີ, ນັບທັງວຽກງານການຈັດຕັ້ງ, ເຕັກນິກ ແລະ ສື່ສານ ກໍ່ລ້ວນແຕ່ໄດ້ປະຕິບັດສຳລັດເປັນຢ່າງດີ.

        ບັນດາປະເທດ ອາຊຽນ ມີການຕີລາຄາແນວໃດຕໍ່ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະໃນປີ ປະທານ ອາຊຽນ - 2020  ເຊິ່ງ ຫວຽດນາມ ບັນລຸໄດ້?

ກ່ອນອື່ນໝົດ, ນັບແຕ່ເບື້ອງຕົ້ນ, ບັນດາປະເທດໄດ້ຕີລາຄາວ່າ ຫົວຂໍ້ ທີ່ ຫວຽດນາມ ຍົກອອກ ແມ່ນຊັດເຈນ ແລະ ໄດ້ກາຍເປັນເຄື່ອງໝາຍຂອງ ອາຊຽນ, ນັ້ນແມ່ນ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ທີສອງ, ບັນດາປະເທດ ອາຊຽນ ຖືວ່າ ບັນດາບຸລິດມະສິດ ເຊິ່ງ ຫວຽດນາມ ໄດ້ວາງອອກສຳລັບການສ້າງປະຊາຄົມກໍມີຄວາມສອດຄ່ອງ ແລະ ເໝາະສົມທີ່ສຸດ. ເມື່ອ ຫວຽດນາມ ຖືການຮັບມືກັບໂລກລະບາດໂຄວິດ - 19 ແລະ ຊອກຫາມາດຕະການຕ່າງໆເພື່ອໜູນຊ່ວຍປະຊາຊົນ ແລະ ປະຊາຄົມວິສາຫະກິດເປັນບຸລິມະສິດຈຸດສຸມນັ້ນ ບັນດາປະເທດລ້ວນແຕ່ຕີລາຄາວ່າ ນີ້ແມ່ນທິດທາງທີ່ຖືກຕ້ອງທີ່ສຸດ. ເພາະສະນັ້ນ ຈຶ່ງໄດ້ຮັບການຕອບສະໜອງຢ່າງແຮງຈາກບັນດາປະເທດ ກໍຄືບັນດາຄູ່ຮ່ວມມື. ບັນດາຂໍ້ລິເລີ່ມຄື ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ຫຼື ສາງແຮ່ອຸປະກອນການແພດ ລະດັບພາກພື້ນ ຫຼື ສູນ ອາຊຽນ ຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ໂລກລະບາດທີ່ເກີດຂຶ້ນໃໝ່ນັ້ນ ລ້ວນແຕ່ໄດ້ຮັບການຕອບສະໜອງ ແລະ ປະກອບສ່ວນຢ່າງສຸດຈິດສຸດໃຈຈາກບັນດາປະເທດ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 (ພາບ: VGP) 

ຮຽນທ່ານຮອງລັດຖະມົນຕີ, ພາຍຫຼັງໄດ້ຮັບການລົງນາມແລ້ວ, ຂັ້ນຕອນຮັບຮອງເອົາສັນຍາ RCEP ຈະດຳເນີນໃນເວລາດົນປານໃດ?

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ພາຍຫຼັງການລົງນາມແລ້ວ ແມ່ນຮອດໄລຍະໃຫ້ສັດຕະຍາບັນ. ໄລຍະນີ້ແມ່ນຂຶ້ນກັບສະພາບການພາຍໃນຂອງແຕ່ລະປະເທດ. ຫຼງັຈາກບັນດາປະເທດໃຫ້ສັດຕະຍາບັນສ່ວນຫຼາຍແລ້ວ ເວລານັ້ນ ສັນຍາຈະມີຜົນສັກສິດ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາປະເທດຈະພະຍາຍາມຍູ້ໄວຂັ້ນຕອນດັ່ງກ່າວ.

ຕາມທ່ານຮອງລັດຖະມົນຕີແລ້ວ, ບັນດາປະເທດ ສາມາດຄອງຄອຍສິ່ງໃດແດ່ ກ່ຽວກັບຄວາມຄືບໜ້າຂອງການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປີໜ້າ?

ກ່ຽວກັບ COC, ບັນດາປະເທດ ອາຊຽນ ແລະ ຈີນ ມີຄວາມຕັດສິນໃຈ ສູງທີ່ສຸດ. ທຸກປະເທດລ້ວນແຕ່ຢາກບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກໂດຍໄວ, ເຊິ່ງເປັນເຂດທີ່ມີຄວາມສຳຄັນທີ່ສຸດ. ເຖິງຢ່າງໃດກໍຕາມ, ການເຈລະຈາກໍ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ພ້ອມກັນນັ້ນ, ບັນດາປະເທດລ້ວນແຕ່ປາດຖະໜາວ່າ ເນື້ອໃນການເຈລະຈາດັ່ງກ່າວ ຈະໄດ້ຮັບການຮັບຮອງເອົາຜ່ານການພົບປະໂດຍກົງ. ດັ່ງນັ້ນ, ມາຮອດປັດຈຸບັນ, ຂ້າພະເຈົ້າ ກໍຍາກທີ່ຈະເວົ້າໄດ້ວ່າ ເມື່ອໃດ ເອກະສານສະບັບນີ້ຈິ່ງສຳເລັດໄດ້. ແນ່ນອນວ່າ ພວກເຮົາລ້ວນແຕ່ຢາກຍູ້ໄວວິວັດການນີ້ ແຕ່ກໍຍັງຂຶ້ນກັບເຈດຕະນາດີ ກໍຄື ຫຼັກໝັ້ນຂອງບັນດາຝ່າຍອີກດ້ວຍ.

ວຽກງານທຳອິດໃນການເປີດແລວສັນຈອນໄປມາພາຍໃນ ອາຊຽນ ໃນໄລຍະຈະມາເຖິງແມ່ນຄືແນວໃດ ຮຽນທ່ານຮອງລັດຖະມົນຕີ? ອິນໂດເນເຊຍ ເວົ້າວ່າ ເຂົາເຈົ້າຈະພະຍາຍາມໃນ 3 ເດືອນຕົ້ນປີ 2021 ຈະແມ່ນ ຈຸດເວລາທີ່ເໝາະສົມເພື່ອປະຕິບັດວຽກງານດັ່ງກ່າວ, ສິ່ງດັ່ງກ່າວກໍ່ຖືກຕ້ອງບໍ?

ໃນສະພາບການພະຍາດໂຄວິດ - 19 ຍັງສືບຕໍ່ແຜ່ລະບາດຄືໃນປັດຈຸບັນ, ວຽກງານທຳອິດ ເຊິ່ງບັນດາປະເທດຄວນຄຳນຶງເຖິງສຳລັບການຟື້ນຟູນັ້ນ ແມ່ນການສັນຈອນໄປມາຂອງປະຊາຊົນ ແລະ ວິສາຫະກິດ, ໂດຍສະເພາະແມ່ນບັນດາວຽກງານຈຳເປັນທີ່ຕ້ອງໄດ້ຮັບປະກັນ. ດັ່ງນັ້ນ, ເມື່ອບັນຫານີ້ໄດ້ຍົກອອກມາ ທຸກຄົນລ້ວນແຕ່ເຫັນວ່າມີຄວາມຈຳເປັນທີ່ສຸດ. ເພາະສະນັ້ນ, ການນຳບັນດາປະເທດລ້ວນແຕ່ສະແດງຄວາມຕັດສິນໃຈດ້ວຍຄວາມເຫັນດີສູງ.

ແຕ່ກໍຕ້ອງເວົ້າໄດ້ວ່າ, ນີ້ພຽງແຕ່ແມ່ນການກຳນົດທິດ ແລະ ບັນດາຫຼັກການເທົ່ານັ້ນ, ການປະຕິບັດຕ້ອງເໝາະສົມກັບການຜັນແປຂອງການໂລກລະບາດ. ເພາະວ່າ ເຖິງວ່າການນຳບັນດາປະເທດສົ່ງເສີມການຮັບປະກັນການສັນຈອນໄປມາກໍຕາມ ແຕ່ພ້ອມກັນນັ້ນ ກໍເວົ້າວ່າ ການໃຫ້ບຸລິມະສິດອັນດັບໜຶ່ງຕ້ອງແມ່ນຄວາມປອດໄພ, ຮັບປະກັນສຸຂະພາບ ແລະ ການປ້ອງກັນສະກັດກັ້ນໂລກລະບາດ. ວິວັດການດັ່ງກ່າວ ແມ່ນຍັງຂຶ້ນກັບສະພາບການຜັນແປຂອງໂລກລະບາດ ແລະ ຄວາມກຽມພ້ອມຂອງແຕ່ລະປະເທດ ອີກດ້ວຍ. ຍາກທີ່ຈະເວົ້າໄດ້ວ່າ ເວລາໃດ ພວກເຮົາ ຈຶ່ງສາມາດປະຕິບັດໄດ້, ແຕ່ກໍສາມາດຢັ້ງຢືນໄດ້ວ່າ ຄວາມຕັດສິນໃຈຂອງບັນດາປະເທດ ອາຊຽນ ແມ່ນສູງທີ່ສຸດ ແລະ ຢາກປະຕິບັດໄດ້ໃນເວລາໄວທີ່ສຸດ.

ຂໍຂອບໃຈທ່ານຮອງລັດຖະມົນຕີ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top