• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ພ້ອ​ມ​ແລ້ວ​ທີ່​ຈະ​ແບ່ງ​ປັນບົດ​ຮ​ຽນ​ປະ​ສົບ​ການໃນ​ການປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ສ​ປ​ຊ

ວັນທີ 17 ກໍລະກົດ, ທີ່ກອງປະຊຸມດ້ວຍຫົວຂໍ້ວ່າ “ເພີ່ມສິດ, ຮັບປະກັນຄວາມສະເໝີພາບ ແລະ ຮອບດ້ານໃຫ້ແກ່ປະຊາຊົນ” ຖືກດຳເນີນໃນລະຫວ່າງວັນທີ 15 – 19 ກໍລະກົດ ລວມມີ ກອງປະຊຸມຂັ້ນລັດຖະມົນຕີ ແລະ ເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ.

ທ່ານ ຫງວຽນວັນຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານ ຫງວຽນວັນຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະຫວຽດນາມໄດ້ແນະນຳກ່ຽວກັບບົດລາຍງານ: “ຫວຽດນາມ - ຄວາມຕ້ອງການໃນການໃຊ້ຈ່າຍເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)” ໂດຍກອງທຶນເງິນຕາສາກົນ (IMF) ສົມທົບກັບ ຫວຽດນາມປະຕິບັດ. ໂດຍແມ່ນໜຶ່ງໃນຈຳນວນໜ້ອຍປະເທດໄດ້ປະຕິບັດບົດລາຍງານນີ້, ຫວຽດນາມ ກຳນົດງົບປະມານເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs)ໃຫ້ແກ່ 5 ຂົງເຂດຕົ້ນຕໍແມ່ນ: ການສຶກສາ, ສາທາລະນະສຸກ, ຄົມມະນາຄົມ, ຊົນນະບົດ, ໄຟຟ້າ, ນ້ຳປະປາ ຈົນຮອດປີ 2030 ແມ່ນປະມານ 108 ຕື້ USD. ໃນນັ້ນ, ພາກລັດພຽງແຕ່ຕອບສະໜອງໄດ້ 75,8 ຕື້ USDເທົ່ານັ້ນ, ແຫຼ່ງກຳລັງຍັງຂາດນັ້ນອາດຈະລະດົມຈາກພາກເອກະຊົນຜ່ານບັນດາຄູ່ຮ່ວມມືລະຫວ່າງ ພາກລັດ-ພາກ ເອກະຊົນ (PPP), ແຫຼ່ງທຶນ ODA ແລະ ບັນດາແຫຼ່ງການເງິນຕ່າງໆ.

ທ່ານ ຫງວຽນວັນຈຸງ ກໍ່ໄດ້ແລກປ່ຽນບັນດາເນື້ອໃນຂອງ ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນກັບບັນດາປະເທດຄື: ລະບົບຂໍ້ມູນກ່ຽວກັບການປະຕິບັດ ບັນດາ SDGs ແລະ ການຜັນຂະຫຍາຍບັນດາເປົ້າໝາຍນີ້ຢູ່ຂັ້ນທ້ອງຖິ່ນ. ຄາດວ່າໃນໄລຍະຈະມາເຖິງ, ນີ້ຈະແມ່ນຊ່ອງທາງການຮ່ວມມື ໃຕ້ - ໃຕ້ເຊິ່ງ ຫວຽດນາມ ອາດຈະປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາລວມຂອງພາກພື້ນ ແລະ ທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top