• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ແບກຫາບ​ພາ​ລະ​ບົດ​ບາດ​ເປັນ​​ກຳ​ມະ​ການ​​ບໍ່​ຖາວອນ​ຢູ່​ສະ​ພາ​ຄວາມໝັ້ນຄົງແຫ່ງ​ສະ​ຫະ​ປະ​ຊາ​ຊາດຢ່າງດີເລີດ

ຫວຽດນາມໃຫ້ການສະໜັບສະໜູນ ສະຫະປະຊາຊາດ ເສີມຂະຫຍາຍບົດບາດ ເປັນສູນກາງໃນການບໍລິຫານທົ່ວໂລກ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການພັດທະນາຢ່າງໝັ້ນຄົງ, ຮັບປະກັນສິດທິມະນຸດ, ຮັບມືຢ່າງມີປະສິທິຜົນ ຕໍ່ກັບບັນຫາທ້າທາຍລວມ.
ທ່ານປະທານປະເທດ ຫງວຽນຊ່ວນຟຸກ ແລະ ທ່ານນາງ Tatiana Valoya ຜູ້ອຳນວຍການໃຫ່ຍ ຫ້ອງການສະຫະປະຊາຊາດ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສະຫະພັນສະວິດ ຢ່າງເປັນທາງການ ໃນວັນທີ 28 ພະຈິກ ປະທານປະເທດ ທ່ານ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນການນຳຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສຳນັກງານຫ້ອງການ ສະຫະປະຊາຊາດ ຢູ່ Geneva ແລະ ມີການພົບປະກັບ ຜູ້ອຳນວຍການໃຫຍ່ ຫ້ອງການສະຫະປະຊາຊາດ ທ່ານນາງ Tatiana Valoya. ການພົບປະໃນຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ຫວຽດນາມ ໃຫ້ການສະໜັບສະໜູນ ສະຫະປະຊາຊາດ ເສີມຂະຫຍາຍບົດບາດ ເປັນສູນກາງໃນການບໍລິຫານທົ່ວໂລກ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການພັດທະນາຢ່າງໝັ້ນຄົງ, ຮັບປະກັນສິດທິມະນຸດ, ຮັບມືຢ່າງມີປະສິທິຜົນ ຕໍ່ກັບບັນຫາທ້າທາຍລວມ, ເປັນຕົ້ນແມ່ນບັນຫາທ້າທາຍແບບໃໝ່ຄືການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຄວາມໝັ້ນຄົງດ້ານສະບຽງອາຫານ; ພ້ອມກັນນັ້ນກໍ່ເນັ້ນໜັກ ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຮອບດ້ານ ກັບສະຫະປະຊາຊາດ,ໃນນັ້ນມີຫ້ອງການ ສະຫະປະຊາຊາດ ຢູ່ Geneva ໂດຍສະເພາະແມ່ນໃນສະພາບ ປີ 2022 ຈະເປັນປີຄົບຮອບ 45 ປີ ທີ່ ຫວຽດນາມ ໄດ້ເຂົ້າເປັນສະມາຊິກສະຫະປະຊາຊາດ.

ຕໍ່ກັບສະພາບການປ້ອງກັນສະກັດກັ້ນໂລກລະບາດ ໂຄວິດ-19, ປະທານປະເທດ ສະເໜີບັນດາອົງການຈັດຕັ້ງ ສະຫະປະຊາຊາດສືບຕໍ່ໜູນຊ່ວຍ ຫວຽດນາມ ເພີ່ມທະວີການສຳຜັດ ແລະ ຜັນຂະຫຍາຍບັ້ນສັກວັກຊິນ, ຊ່ວຍເຫຼືອທາງດ້ານວັດຖຸ, ອຸປະກອນການແພດກໍ່ຄືຊ່ວຍການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ປະສົບການ, ບົດຮຽນໃນການຟື້ນຟູ ເສດຖະກິດ-ສັງຄົມ ໄລຍະຍາວຕາມທິດສີຂຽວ, ໝັ້ນຄົງ, ສາ້ງຄວາມເຂັ້ມແຂງດ້ວຍຕົນເອງທື່ມກວ່າອີກ.

ສ່ວນຜູ້ອຳນວຍການໃຫຍ່ ຫ້ອງການສະຫະປະຊາຊາດ ທ່ານ ນາງ Tatiana Valoya ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ທີ່ໄດ້ແບກຫາບພາລະບົດບາດດີເດັ່ນໃນການເປັນກຳມະການບໍ່ຖາວອນຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021 ດ້ວຍຫຼາຍຂໍ້ລິເລີ່ມປະກອບສ່ວນແທດຈິງໃຫ້ກັບບັນດາບັນຫາທົ່ວໂລກ. ຫວຽດນາມ ແມ່ນປະເທດກຳລັງພັດທະມາແຕ່ສະແດງໄດ້ບົດບາດນຳໜ້າ ແລະ ເປັນຕົວແບບໃນການຕ້ານກັບການປ່ຽນແປງຂອງດິນຟ້າອາກາດ. ສະຫະປະຊາຊາດ ຖືເປັນສຳຄັນ ແລະ ກຽມພ້ອມຮ່ວມມືກັບ ຫວຽດນາມ ຊຸກຍູ້ບັນດາຂົງເຂດ ທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນສະຫະປະຊາຊາດຈະຄຽງຄູ່ກັບ ຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດ ໂຄວິດ 19, ໂດຍຜ່ານກົນໄກ COVAX ສະໜອງວັກຊິນ ແລະ ຢາປີ່ນປົວກໍ່ຄືການໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top