• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ: ຫວຽດ​ນາມ ຖືເປັນສຳຄັນ​ການ​ປົກ​ປ້ອງ​ປະ​ຊາ​ຊົນ, ການສຳ​ຜັດ​ຢ່າງ​ຮອບ​ດ້ານ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຢູ່​ມາ​ລີ

ວັນທີ 13 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການມາລີ ແລະ ຄວາມຂາດສະຖຽນລະພາບພາຍຫຼັງການເລືອກຕັ້ງ ອາບຟຼຼິກກາກາງ.
ພາບປະກອບ: AFP/TTXVN

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫາຍແອັງອຸປະທູດຊົ່ວຄາວ ຫວຽດນາມຢູ່ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມ ແລະ ຄວາມກ້າວໜ້າຂອງບັນດາຝ່າຍທີ່ບັນລຸໄດ້ໃນການປະຕິບັດວິວັດທະນາການປ່ຽນຜ່ານ ແລະ ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ປະຕິບັດວິວັດທະນາການດັ່ງກ່າວຕາມຂໍ້ສະເໜີຂອງ ທ່ານ Anadif ຜູ້ຕາງໜ້າພິເສດຂອງ ສປຊ. ຜູ້ຕາງໜ້າຫວຽດນາມ ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມໝັ້ນຄົງ ແລະ ມະນຸດສະທຳຢູ່ ມາລີ ເຊິ່ງນັບມື້ນັບຊົ່ວຮ້າຍລົງ, ທ່ານກໍ່ກ່າວປະນາມບັນດາເຫດບຸກໂຈມຕີເລັ່ງໃສ່ສາມັນຊົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນຢ່າງເຂັ້ມງວດ, ບໍ່ກີດຂວາງບັນດາການເຄື່ອນໄຫວມະນຸດສະທຳ.  ຫວຽດນາມ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງ MINUSMA, ECOWAS ແລະ AU ໃນການໜູນຊ່ວຍວິວັດທະນາການສ້າງສັນຕິພາບ ຢູ່ມາລີ ແລະ ກຳລັງ G5 Sahel  ຕ້ານກໍ່ການຮ້າຍ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top