• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ຣັບ​ບິ ຊາ​ອຸ​ດິ ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ ແລະ ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ

ວັນທີ 23 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບ ເຈົ້າຊາຍ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ເພື່ອແລກປຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບເຈົ້າຊາຍ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ (ພາບ: Baoquocte)

ທີ່ການໂອ້ລົມທາງໂທລະສັບທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືມິດຕະພາບກັບອາຣັບບິ ຊາອຸດິ ໃນຫຼາຍດ້ານ ໃຫ້ຫຼາຍກ່ວາອີກ.

ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງເລື່ອງການນຳກະຊວງການຕ່າງປະເທດສອງປະເທດ ມີການໂອ້ລົມທາງໂທລະສັບເປັນປະຈຳເພື່ອແລກປ່ຽນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຖືນີ້ແມ່ນຫຼັກຖານທີ່ມີຊີວິດຊີວາຂອງການພົວພັນຮ່ວມມືອັນດີງາມລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

        ລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ສອງຝ່າຍຄວນເພີ່ມທະວີການພົວພັນສອງຝ່າຍໃຫ້ຫຼາຍກ່ວາອີກໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ, ການລົງທຶນ, ການທ່ອງທ່ຽວ… ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top