• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມານ​ະ​ພະ​ຍາ​ຍາມ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ນັບແຕ່ວັນທີ 1 ມີນາ ຫາກວັນທີ 5 ມີນາ, ສະພາສິດທິມະນຸດ ສປຊ ສືບຕໍ່ເຮັດວຽກໃນອາທິດທີ 2 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 46 ດ້ວຍບັນດາວາລະປຶກສາຫາລືລວມ ແລະ ການປຶກສາຫາລືຕາມຫົວຂໍ້ ກ່ຽວກັບການຊຸກຍູ້ສິດພົນລະເຮືອນ, ການເມືອງ ແລະ ສິດກ່ຽວກັບເສດຖະກິດ, ວັດທະນະທຳ, ສັງຄົມ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)

ໃນວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ ເຊີແນວ (ປະເທດສະວິດ) ໄດ້ຊີ້ແຈ້ງບັນດາແຜນນະໂຍບາຍ, ນະໂຍບາຍ ກໍຄືບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ໃນນັ້ນ ມີສິດທິເດັກ, ສິດຂອງຄົນພິການ, ສິດວັດທະນະທຳ ແລະ ສິດສະບຽງອາຫານ ຢູ່ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ ການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ ຫວຽດນາມ, ໃນນັ້ນ ມີສິດວັດທະນະທຳ, ສິດສະບຽງອາຫານໃນສະພາບການໂລກລະບາດຄຸກຄາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການລະດົມກຳລັງໃຈໃຫ້ແກ່ປະຊາຊົນ ແລະ ຍົກສູງປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -  19.

        ກອງປະຊຸມສະໄໝສາມັນເທື່ອທີ 46 ຂອງສະພາສິດທິມະນຸດ ສປຊ ປະຈຳ ເຊີແນວ ປະເທດສະວິດ ຖືກຈັດຂຶ້ນແຕ່ວັນທີ 22 ກຸມພາ ຫາວັນທີ 23 ມີນາ ປີ 2021, ຄາດວ່າ ຈະພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ປະມານ  30 ຫາ 40 ສະບັບ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກອງປະຊຸມປະຈຳປີລັດຖະມົນຕີກະຊວງຕຳຫຼວດ, ກະຊວງພາຍໃນ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ລັດຖະມົນຕີ 3 ປະເທດໄດ້ເປັນເອກະພາບສືບຕໍ່ສົນທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື 2 ຝ່າຍ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ບັນລຸປະສິດທິຜົນ

Top