• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ວຽກ​ງານ​ຊາຍ​ແດນ

ວັນທີ 30 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມສາມັນປະຈຳປີຄັ້ງທີ 30 ລະຫ່ວາງ ຄະນະຜູ້ແທນຊາຍແດນສອງປະເທດ ຫວຽດນາມ ແລະ ລາວ.

ກອງປະຊຸມສາມັນປະຈຳປີຄັ້ງທີ 30 ລະຫ່ວາງ ຄະນະຜູ້ແທນຊາຍແດນສອງປະເທດ ຫວຽດນາມ ແລະ ລາວ 

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ຫວຽດນາມ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ ລາວ ເປັນຫົວໜ້າຄະນະຜູ້ແທນລາວໄດ້ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາສະພາບການ, ໝາກຜົນຂອງການຜັນຂະຫຍາຍສັນຍາລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກປີ 2016, ບົດບັກທຶກກອງປະຊຸມປະຈຳປີຄັ້ງທີ 29 ລະຫວ່າງຂອງຄະນະຜູ້ແທນຊາຍແດນ ແລະ ວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສະເໜີໃຫ້ລັດຖະບານສອງປະເທດອະນຸມັດຜ່ານການເຊື່ອມຕໍ່ການນຳສົ່ງສິນຄ້າຜ່ານດ່ານຊາຍແດນ ກໍ່ຄືບັນດາການເຄື່ອນໄຫວພົວພັນການຄ້າຂອງປະຊາຄົມວິສາຫະກິດລະຫວ່າງ ສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນ ເອກະສານນິຕິກຳວ່າດ້ວຍຊາຍແດນ 2 ສະບັບເຊິ່ງໄດ້ລົງນາມໃນວັນທີ 16 ມີນາ 2016 ພ້ອມກັບບັນດາສົນທິສັນຍາ ແລະ ຂໍ້ຕົກລົງທີ່ກ່ຽວຂ້ອງ, ສືບຕໍ່ຊອກຫາ, ສ້າງ ບັນດາຮູບແບບ ແລະ ມາດຕະການຮ່ວມມືເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຊາຍແດນລະຫວ່າງ ສອງປະເທດ.

        ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມເຂົ້າໃນບົດບັນທຶກຮັບຮູ້ໝາກຜົນ ຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສາມັນປະຈຳປີຄັ້ງທີ 31 ລະຫວ່າງຄະນະຜູ້ແທນຊາຍແດນສອງປະເທດ ຫວຽດນາມ - ລາວໃນໄຕມາດທີ IV ປີ 2021 ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top