• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ກໍລະກົດ.
ທ່ານລັດຖະມົນຕີ ຟານວັນຢາງ ເຈລະຈາກັບ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin

ທີ່ການເຈລະຈາພາຍຫຼັງການຕ້ອນຮັບ ໃນຕອນເຊົ້າວັນທີ 29 ກໍລະກົດ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຊຸກຍູ້ການຮ່ວມມືຕາມບັນດາເນື້ອໃນໃນບົດບັດທຶນຊ່ວຍຈຳ ກ່ຽວກັບການຊຸກຍູ້ການຮ່ວມມືປ້ອງກັນຊາດ ທີ່ໄດ້ຮັບການລົງນາມໃນປີ 2011 ແລະ ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການພົວພັນດ້ານປ້ອງກັນຊາດ ທີ່ໄດ້ຮັບການລົງນາມໃນປີ 2015. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເຫັນດີເປັນເອກະພາບ ຈະສຸມໃສ່ຊຸກຍູ້ໂຄງການລ້າງທາດພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ຖືກຕ້ອງຕາມຄວາມຄືບໜ້າ ແລະ ບັນດາໂຄງການຕ່າງໆຢູ່ ຫວຽດນາມ.

ທີ່ການເຈລະຈາ, ລັດຖະມົນຕີສອງທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນດາສິ່ງທ້າທາຍແບບເກົ່າ ທີ່ກໍ່ຜົນກະທົບໂດຍກົງຕໍ່ພາກພື້ນ, ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ ໃນການຊຸກຍູ້ການຮ່ວມມືໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນເປີດ (ADMM+) ເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ. ລັດຖະມົນຕີສອງທ່ານ ໄດ້ແບ່ງປັນທັດສະນະກ່ຽວກັບຄວາມສຳຄັນຂອງການເຄົາລົບບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບັນດາປະເທດແຄມທະເລ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ກໍ່ຄືການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເສລີໃນການບິນ ແລະ ການເດີນເຮືອ ຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ ຕາມຂໍ້ກຳນົດຂອງກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ ປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top