• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເພີ່ມທະວີການເຊື່ອງໂຍງເຂົ້າກັບພາກພື້ນ CLMV - ອິນເດຍ

ຕອນເຊົ້າວັນທີ 21 ພຶດສະພາ, ກອງປະຊຸມໃຫຍ່ການຄ້າອິນເດຍ ແລະບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 5 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21 ພຶດສະພາ ທີ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ.


ທ່ານ ກາວກັວກຮືງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(ພາບ: Minh Hung, Chanh Da/TTXVN) 

ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມໃຫຍ່ການຄ້າອິນເດຍ ແລະ ບັນດາປະເທດ CLMV ຖືກຈັດຕັ້ງຢູ່ຕ່າງປະເທດ, ກອງປະຊຸມໃຫຍ່ປີນີ້ ມີຫົວຂໍ້ວ່າ “ພັດທະນາເສດຖະກິດອິນເດຍ - CLMV: ຮ່ວມມືເພື່ອເຊື່ອມໂຍງເຂົ້າກັບພາກພື້ນ” ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີກໍາປູເຈຍ Hor Namhong ພ້ອມກັບການນຳຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ຜູ້ຕາງໜ້າວິສາຫະກິດໃຫຍ່ຫຼາຍແຫ່ງຂອງບັນດາປະເທດສະມາຊິກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ກາວກັວກຮືງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ກາວກັວກຮືງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່, ການໃຫ້ບຸລິມະສິດຂອງລັດຖະບານອິນເດຍ ສຳລັບບັນດາປະເທດສະມາຊິກ CLMV ໃນຊຸມປີມໍ່ໆມານີ້.  ພິເສດ ແມ່ນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງອິນເດຍ - CLMV ບັນລຸໄດ້ບັນດາຜົນງານທີ່ດີພໍສົມຄວນ.

        “ທັງອິນເດຍ, ກຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ ລ້ວນແຕ່ອາດຈະຊົມໃຊ້ຕະຫຼາດຂອງແຕ່ລະຝ່າຍ ເພື່ອແຊກຊຶມເຂົ້າໃນບັນດາຕະຫຼາດໃຫຍ່ກວ່າ. ຖ້າຫາກວ່າ ອິນເດຍເລືອກເອົາ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ແມ່ນສະຖານທີ່ລົງທຶນ ແລະ ສົ່ງອອກສິນຄ້າ, ການບໍລິການນັ້ນ ຈະສ້າງກາລະໂອກາດ ໃຫ້ອິນເດຍແຊກຊຶມເຂົ້າບັນດາຕະຫຼາດຢູ່ພາກພື້ນອາຊຽນ ຫຼືບັນດາຕະຫຼາດ FTA ອື່ນ ທີ່ບັນດາປະເທດ CLMV  ແມ່ນສະມາຊິກ”.

        ກອງປະຊຸມໃຫຍ່ການຄ້າອິນເດຍ  - CLMV ຄັ້ງທີ V ຖືກດຳເນີນເປັນເວລາ 02 ວັນ ແຕ່ວັນທີ 21 – 22 ພຶດສະພາ 2018. ນອກຈາກບັນດາວາລະປຶກສາຫາລືທີ່ສຳຄັນແລ້ວ, ຢູ່ນອກ ກອງປະຊຸມ, ຍັງມີບັນດາການປຶກສາຫາລືສອງຝ່າຍ ລະຫວ່າງ ອິນເດຍກັບບັນດາປະເທດສະມາຊິກ CLMV ຕາມລຳດັບອີກດ້ວຍ.

 

        ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງອິນເດຍ ແລະ ບັນດາປະເທດ CLMV ໄດ້ເພີ່ມທະວີຢ່າງໄວວາ. ວົງເງິນການຄ້າ ລະຫວ່າງອິນເດຍ ແລະ ກຸ່ມ CLMV ກໍມີການເຕີບໂຕຢ່າງແຮງ, ບັນລຸເຖິງລະດັບ 14, 5 ຕື້ USD ໃນປີ 2017.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top