• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງບັນດາຝ່າຍເຊື່ອມຕໍ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

ຫວຽດນາມຮຽກຮ້ອງໃຫ້ວົງຄະນະຍາດສາກົນເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ໃນນັ້ນ ມີການສະໜັບສະຫນູນການເຄື່ອນໄຫວຂອງອົງການ UNRWA ແນໃສ່ຊ່ວຍຊາວປາແລັສຕິນ ຜ່ານຜ່າຄວາມຫຍຸ້ງຍາກ ກັບຄືນສູ່ການດຳລົງຊີວິດປົກກະຕິໂດຍໄວ.
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

ວັນທີ 21 ພຶດສະພາ, ຕອບສຳພາດນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ອິດສະຣາແອນ ແລະ ຂະບວນການ ຮາມາດ ບັນລຸຂໍ້ຕົກລົງຢຸດຍິງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງເນັ້ນໜັກວ່າ ຫວຽດນາມຊົມເຊີຍ ແລະ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບ ປະຕິບັດ ຂໍ້ຕົກລົງຢຸດຍິງທີ່ຫາກໍບັນລຸໄດ້ຢ່າງເຂັ້ມງວດ, ບໍ່ຄວນມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມຕີລາຄາສູງບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງວົງຄະນະຍາດສາກົນ, ພິເສດແມ່ນ ສ.ປ.ຊ ແລະ ບາງປະເທດທີ່ກ່ຽວຂ້ອງ. ຫວຽດນາມຮຽກຮ້ອງໃຫ້ວົງຄະນະຍາດສາກົນເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ໃນນັ້ນ ມີການສະໜັບສະຫນູນການເຄື່ອນໄຫວຂອງອົງການ UNRWA ແນໃສ່ຊ່ວຍຊາວປາແລັສຕິນ ຜ່ານຜ່າຄວາມຫຍຸ້ງຍາກ ກັບຄືນສູ່ການດຳລົງຊີວິດປົກກະຕິໂດຍໄວ.

     ຫວຽດນາມຮຽກຮ້ອງບັນດາຝ່າຍຈົ່ງເຊື່ອມຕໍ່ ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ໂດຍອີງໃສ່ວິທີການແກ້ໄຂທີ່ຄົງຕົວ 2 ລັດ ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສ.ປ.ຊ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top