• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມຸ່ງໄປສູ່ການພັດທະນາເສດຖະກິດແບບຍືນຍົງ

ເປັນຄັ້ງທຳອິດໃນບົດລາຍງານການເມືອງ ແລະ ຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ ໄດ້ເຕື້ອງເຖິງແຜນນະໂຍບາຍໃໝ່, ນັ້ນແມ່ນກໍ່ສ້າງເສດຖະກິດໂດຍໝູນວຽນໃນໄລຍະ 2021-2030.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ

ກ່າວຄຳເຫັນທີ່ວາລະປຶກສາຫາລືຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເມື່ອຕອນບ່າຍວັນທີ 27 ມັງກອນ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ : ເປັນຄັ້ງທຳອິດໃນບົດລາຍງານການເມືອງ ແລະ ຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ ໄດ້ເຕື້ອງເຖິງແຜນນະໂຍບາຍໃໝ່, ນັ້ນແມ່ນກໍ່ສ້າງເສດຖະກິດໂດຍໝູນວຽນໃນໄລຍະ 2021-2030.

    ຕາມ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ ແລ້ວ, ເສດຖະກິດໝູນວຽນ ແມ່ນບາດກ້າວຫັນປ່ຽນຈາກເສດຖະກິດທີ່ເປັນປະເພນີໄປສູ່ເສດຖະກິດແບບຍືນຍົງ. ນີ້ແມ່ນຮູບແບບເສດຖະກິດເຊິ່ງໃນນັ້ນມີບັນດາການເຄື່ອນໄຫວ ອອກແບບ, ຜະລິດ, ການບໍລິການ, ການໃຊ້ສອຍ, ວາງອອກເປົ້າໝາຍຂະຈັດປັດເປົາ ບັນດາຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມ. ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ ມີຄຳເຫັນວ່າ :

    “  ຄວນພິຈາລະນາເສດຖະກິດໝູນວຽນ ແມ່ນວິທີການແກ້ໄຂຕ້ອງເປັນໄປເພື່ອຍົກສູງຄຸນນະພາບການເຕີບໂຕ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສະເໜີຄະນະບໍລິຫານງານສູນກາງພັກຊຸດທີ 13  ພິຈາລະນາ ປະກາດໃຊ້ມະຕິກ່ຽວກັບຮູບແບບເສດຖະກິດ ໝູນວຽນ. ປະຊາຄົມວິສາຫະກິດ ແລະ ປະຊາຊົນສວມບົດບາດເປັນໃຈກາງ. ພວກເຮົາຈະພັດທະນາຕົວເມືອງ ໝູນວຽນ, ອຸດສາຫະກຳ ໝູນວຽນ, ກະສິກຳ ໝູນວຽນ, ເຂດອຸດສາຫະກຳຊີວະພາບ ໝູນວຽນ ແລະ ການໃຊ້ສອຍແບບຍືນຍົງ ”

     ກ່ຽວຂ້ອງເຖິງເສດຖະກິດໃນວາລະປຶກສາຫາລືເມືອ່ຕອນບ່າຍວັນທີ 27 ມັງກອນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກືອ່ງ ກໍໄດ້ເນັ້ນໜັກເຖິງການພັດທະນາກະສິກຳ ຜະລິດເປັນສິນຄ້າຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຕຮາມທິດທັນສະໄໝ, ເຊື່ອມໂຍງສາກົນ ແມ່ນເປົ້າໝາຍລຸລວງ ແລະ ແມ່ນການປະຕີວັດອັນຍິ່ງໃຫຍ່ ແລະ ຍາວນານ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top