• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຜັນຂະຫຍາຍບັນດາມາດຕະການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ຢູ່ຫຼາຍແຂວງ, ນະຄອນ

      ພວກເຮົາທັງປ້ອງກັນ, ຕ້ານໂລກລະບາດ ທັງປະຕິບັດວຽກງານພັດທະນາເສດຖະກິດໃຫ້ເປັນຢ່າງດີ. ສືບຕໍ່ຍູ້ແຮງການໂຄສະນາເຖິງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວກ່ຽວກັບແຜນນະໂຍບາຍ, ການຊີ້ນໍາຂອງລັດຖະບານ ທີ່ວ່າ ແຕ່ລະຄອບຄົວແມ່ນສະໜາມຮົບໜຶ່ງ, ປະຊາຊົນແຕ່ລະຄົນແມ່ນນັກຮົບໜຶ່ງໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19”.
        ກ່າວຄໍາເຫັນໃນກອງປະຊຸມຄະນະຊີ້ນໍາກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນຮ່າໂນ້ຍ ທີ່ຖືກດໍາເນີນໃນຕອນບ່າຍວັນທີ 03 ສິງຫາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ: ທົ່ວນະຄອນຮ່າໂນ້ຍ ໄດ້ຢັ້ງຢືນມີຜູ້ກັບມາຈາກດ່າໜັງກວ່າ 88.000 ຄົນ ແລະ ໄດ້ດໍາເນີນການກວດຫາເຊື້ອໃຫ້ຜົນໄວໃນວົງກວ້າງໃຫ້ເກືອບ 71.000 ຄົນ. ກ່ຽວຂ້ອງເຖິງ 2 ກໍລະນີຕິດເຊື້ອໃນຊຸມຊົນ, ພະແນກສາທາລະນະສຸກນະຄອນຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອຈໍາກັດບໍລິເວດ, ດັບມອດໂລກລະບາດໂດຍດ່ວນ. ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:
        “ພວກເຮົາທັງປ້ອງກັນ, ຕ້ານໂລກລະບາດ ທັງປະຕິບັດວຽກງານພັດທະນາເສດຖະກິດໃຫ້ເປັນຢ່າງດີ. ສືບຕໍ່ຍູ້ແຮງການໂຄສະນາເຖິງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວກ່ຽວກັບແຜນນະໂຍບາຍ, ການຊີ້ນໍາຂອງລັດຖະບານ ທີ່ວ່າ ແຕ່ລະຄອບຄົວແມ່ນສະໜາມຮົບໜຶ່ງ, ປະຊາຊົນແຕ່ລະຄົນແມ່ນນັກຮົບໜຶ່ງໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19”.
 
      
ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ (ພາບ: ສູນສື່ມວນຊົນນະຄອນໂຮ່ຈີມິນ)
        ກໍໃນວັນດຽວກັນ, ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມແລກປ່ຽນວຽກງານທາງອອນລາຍ ຄະນະຊີ້ນໍາປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ: ທິດນໍາຂອງນະຄອນແມ່ນປ້ອງກັນແຕ່ຫົວທີ, ມາດຕະການທີ່ປະຕິບັດໄດ້ງ່າຍ ແລະ ມີປະສິດທິຜົນທີ່ສຸດ ນັ້ນແມ່ນຂົນຂວາຍປະຊາຊົນໃສ່ຜ້າອັດປາກ - ອັດດັງ; ຍົກສູງສະຕິຄວາມຮັບຮູ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ.
        ແລະນັບແຕ່ວັນທີ 4 ສິງຫາ, ໂຮງໝໍຫຼາຍຂະແໜງສູນກາງ ກວ໋າງນາມ ໄດ້ເລີ່ມຮັບເອົາຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຈາກບັນດາເຂດແຍກຕົວໃນແຂວງ ແລະ ບັນດາແຂວງ, ນະຄອນອື່ນມາປ່ິນປົວ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ແກ່ໂຮງໝໍ. ພ້ອມທັງຮຽກຮ້ອງບັນດາຫົວໜ່ວຍຂອງກະຊວງ ຕິດຕາມ, ໜູນຊ່ວຍດ້ານວິຊາການຊ່ວຍໂຮງໝໍປະຕິບັດວຽກງານປິ່ນປົວໄດ້ເປັນຢ່າງດີ ແລະ ທັນການ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top