• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະຕິເສດຄຳກ່າວປາໄສຂອງໂຄສົກການຕ່າງປະເທດຈີນກ່ຽວກັບອະທິປະໄຕຢູ່ໝູ່ເກາະເຈື່ອງຊາ

      ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  (ພາບ: dangconsan.vn)
      ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ. ຫວຽດນາມໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ ມີຫຼັກຖານປະຫວັດສາດຢ່າງຄົບຖ້ວນ ແລະ ພື້ນຖານນິຕິກຳ ກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈືອງຊາ ແລະ ຮ່ວາງຊາທີ່ເໝາະສົມກັບກົດໝາຍສົນກົນ. ສະພາບການຕົວຈິງຂອງປະຫວັດສາດໄດ້ສະແດງໃຫ້ເຫັນສິ່ງນີ້ຢ່າງຈະແຈ້ງ.
        ແຜນນະໂຍບາຍຂອງ ຫວຽດນາມແມ່ນ ທຸກໆການຂັດແຍ່ງສາກົນ, ໃນນັ້ນມີການຂັດແຍ່ງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ, ຮ່ວາງຊາ, ຕ້ອງແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ກົດບັດ ສປຊ.
        ຫວຽດນາມມີຄວາມປາດຖະໜາຢາກພ້ອນກັບຈີນມານະພະຍາຍາມປະກອບສ່ວນພັດທະນາສາຍພົວພັນລະຫວ່າງສອງປະເທດ, ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top