• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕາງໜ້າໃຫ້ອາຊຽນ ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ”

ວັນທີ 23 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນວາລະປຶກສາຫາລືເປີດດ້ວຍຫົວເລື່ອງ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ” ໂດຍພາຍໃຕ້ການເປັນປະທານຂອງທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ Indonesia ແລະ ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ພ້ອມກັບຜູ້ຕາງໜ້າຂອງເກືອບ 80 ປະເທດສະມາຊິກ, ຄະນະກຳມະການກາແດງສາກົນ ແລະ ບາງອົງການຈັດຕັ້ງໃນພາກພື້ນ.


ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ

 (ພາບ: TTXVN )


ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າບັນດາປະເທດອາຊຽນ ມີບົດກ່າວປາໄສຕີລາຄາສູງເລື່ອງຈັດຕັ້ງວາລະປຶກສາຫາລືເປີດ ເພື່ອແນໃສ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງວົງຄະນາຍາດສາກົນກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ. ຕາມທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ແລ້ວ, ບັນດາປະເທດອາຊຽນຢືນຢັນວ່າ ລັດຖະບານປະເທດຕ່າງໆລ້ວນແຕ່ມີຄວາມຮັບຜິດຊອບອັນດັບຕົ້ນໃນບັນຫາປົກປ້ອງປະຊາຊົນ. ໜ້າທີ່ປົກປ້ອງສາມັນຊົນໃນການປະທະກັນຕ້ອງໄດ້ຮັບການປະຕິບັດໃຫ້ສອດຄ່ອງກັບກົດບັດ ສປຊ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະລາດດ້ານການເມືອງຂອງປະເທດເຈົ້າພາບ.

   ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ເຂົ້າຮ່ວມປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງວົງຄະນາຍາດສາກົນ, ໃນນັ້ນມີເລື່ອງເຂົ້າຮ່ວມຄະນະຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໄດ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top