• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ

ຫວຽດນາມຈະເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ.     ນີ້ແມ່ນຄຳຢືນຢັນຂອງທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ  ເມື່ອຕອບສຳພາດນັກຂ່າວໃນຕອນບ່າຍວັນທີ 27 ມັງກອນຢູ່ນອກກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ (ພາບ: TTXVN)

ຕາມທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມແລ້ວ, ຫວຽດນາມພວມປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ.

     ໃນຊຸມທົດສະວັດທີ່ຜ່ານມາ, ຫວຽດນາມໄດ້ມານະພະຍາຍາມ ເຊື່ອມໂຍງຢ່າງກ້ວາງເລິກ ຍາມໃດກໍຢາກປະກອບສ່ວນເພື່ອໃຫ້ໂລກມີຄວາມປອດໄພ ແລະ ວັດທະນາຖາວອນກ່ວາເກົ່າ ແລະ ປະຊາຊົນມີຄວາມຜາສຸກກ່ວາເກົ່າ.

      ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກ່າວວ່າ :

    “   ໃນເອກະສານຄັ້ງນີ້, ໄດ້ເວົ້າເຖິງການເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ ແມ່ນມີຄວາມໝາຍວ່າ ຫວຽດນາມຈະມານະພະຍາຍາມເພື່ອໃຫ້ຫວຽດນາມມີສາຍພົວພັນ 2 ຝ່າຍທີ່ແທດຈິງ ແລະ ປະສິດທິຜົນກ່ວາເກົ່າ, ໃນນັ້ນຕ້ອງເຮັດແນວໃດຕ້ອງມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງພື້ນຖານ ໄມຕີຈິດມິດຕະພາບ ແລະ ເນື້ອໃນການຮ່ວມມືທີ່ແທດຈິງ, ຮ່ວມມືເພື່ອບັນລຸໝາກຜົນສູງກ່ວາ”

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top