• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນປະເທດສະມາຊິກທີ່ຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບໃນ ASEM

      ASEM ແມ່ນເວທີປາໄສເພື່ອໂອ້ລົມສົນທະນາ ແລະ ຮ່ວມມື - ແມ່ນກົນໄກຮ່ວມມືອັນແທດຈິງລະຫວ່າງພາກພື້ນ ແລະ ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ. ASEM ຢັ້ງຢືນໄດ້ບົດບາດສຳຄັນສຳລັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຢູ່ທັງສອງທະວີບ, ປະກອບສ່ວນແທດຈິງເຂົ້າໃນການສ້າງບັນດາທ່າອ່ຽງໃຫຍ່ ແລະ ສະພາບການໂລກເປັນຮູບປະທຳໃນສະຕະວັດທີ 21.
        ໃນກອງປະຊຸມສຸດຍອດ ອາຊີ - ເອີຣົບ ASEM ຄັ້ງທີ 11  ເຊິ່ງຖືກຈັດຂຶ້ນໃນເດືອນພະຈິກປີ 2016, ການນຳບັນດາປະເທດ ອາຊີ - ເອີຣົບ ຕົກລົງຖືເອົາວັນທີ 1 ມີນາ ຂອງທຸກໆປີເປັນວັນ ASEM. ວັນ ASEM ປີ 2021 ແມ່ນວັນທີ່ມີຄວາມໝາຍພິເສດ, ສ້າງຂີດໝາຍ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງເວທີປາໄສ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊິນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ “ເວທີປາໄສຮ່ວມມື ອາຊີ - ເອີຣົບ: ກຳລັງດູດດື່ມ, ທີ່ຕັ້ງບົດບາດ ແລະ ກຳລັງບົ່ມຊ້ອນຂອງການຮ່ວມມືນັບມື້ນັບເພີ່ມຂຶ້ນ”.
ທ່ານ ບຸ່ຍແທັງເຊິນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
       ບົດຂຽນດັ່ງກ່າວ ໃຫ້ຮູ້ວ່າ ASEM ແມ່ນເວທີປາໄສເພື່ອໂອ້ລົມສົນທະນາ ແລະ ຮ່ວມມື - ແມ່ນກົນໄກຮ່ວມມືອັນແທດຈິງລະຫວ່າງພາກພື້ນ ແລະ ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ. ASEM ຢັ້ງຢືນໄດ້ບົດບາດສຳຄັນສຳລັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຢູ່ທັງສອງທະວີບ, ປະກອບສ່ວນແທດຈິງເຂົ້າໃນການສ້າງບັນດາທ່າອ່ຽງໃຫຍ່ ແລະ ສະພາບການໂລກເປັນຮູບປະທຳໃນສະຕະວັດທີ 21. ໃນ 25 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການສ້າງຂີດໝາຍສຳຄັນໃນເສັ້ນທາງແຫ່ງການພັດທະນາຂອງ ASEM, ຍົກສູງທີ່ຕັ້ງບົດບາດຂອງເວທີປາໄສ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການລິເລີ່ມ, ສະເໜີ ແລະ ຊຸກຍູ້ບັນດາແນວຄວາມຄິດ, ເນື້ອໃນຮ່ວມມືໃໝ່, ຜັນຂະຫຍາຍໂດຍກົງ ແລະ ພ້ອມກັນອຸປະຖຳຮ່ວມໃຫ້ເກືອບ 60 ຂໍ້ລິເລີ່ມໃນຂົງເຂດຕ່າງໆ. ຫວຽດນາມ ແມ່ນປະເທດລິເລີ່ມ ແລະ ຮັກສາກົນໄກຮ່ວມມືທຳອິດໃນ ASEM ກ່ຽວກັບການສົນທະນາພັດທະນາແບບຍືນຍົງ, ໃນນັ້ນ ຈຸດສຸມແມ່ນຮັກສາແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ, ການຮ່ວມມືໃນອະນຸພາກພື້ນບັນດາປະເທດແຄມແມ່ນ້ຳຂອງ ແລະ Danube, ປະກອບສ່ວນຍົກລະດັບການຮ່ວມມືຂອງອະນຸພາກພື້ນແມ່ນ້ຳຂອງ ຂຶ້ນສູ່ລະດັບລະຫວ່າງພາກພື້ນແຕ່ປີ 2011.
        ເລື່ອງຮັບດຳລົງ ແລະ ປະຕິບັດສຳເລັດຫຼາຍບົດບາດສຳຄັນ ໄດ້ຊ່ວຍໃຫ້ ຫວຽດນາມ ເຂົ້າຮ່ວມການສ້າງສາ ແລະ ຊຸກຍູ້ການກຳນົດທິດ ແລະ ຍຸດທະສາດສຳຄັນຫຼາຍຢ່າງຂອງເວທີປາໄສ. ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບສະມາຊິກ ASEM, ຍົກລະດັບການຮ່ວມມືຂອງເວທີປາໄສ, ຮ່ວມແຮງຮ່ວມໃຈກໍ່ສ້າງສາຍພົວພັນ ອາຊີ - ເອີຣົບ ໃຫ້ນັບມື້ນັບຂະຫຍັນຂັນເຄື່ອນ ແລະ ສະໜິດຕິດພັນ, ເພື່ອການພັດທະນາຢ່າງວັດທະນາຖາວອນຂອງສອງທະວີບ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top