• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນຢູ່ກອງປະຊຸມຂັ້ນສູງກ່ຽວກັບ HIV/AIDS 2021

ເພື່ອບັນລຸໄດ້ການຢຸດຕິໂລກ AIDS ໃນປີ 2030, ໂລກ “ໄດ້ກ້າວເດີນໄວແລ້ວ ແຕ່ຕ້ອງກ້າວເດີນໄວກວ່າອີກ”.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນຈາກຮ່າໂນ້ຍ. (ພາບ: TTXVN)

ວັນທີ 08 ມິຖຸນາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ໄຂກອງປະຊຸມຂັ້ນສູງກ່ຽວກັບ HIV/AIDS 2021 ດ້ວຍຫົວຂໍ້ “ຢຸດຕິສະພາບຂາດຄວາມສະເໝີພາບ. ຢຸດຕິ AIDS”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນຈາກຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຖືວ່າ, ເພື່ອບັນລຸໄດ້ການຢຸດຕິໂລກ AIDS ໃນປີ 2030, ໂລກ “ໄດ້ກ້າວເດີນໄວແລ້ວ ແຕ່ຕ້ອງກ້າວເດີນໄວກວ່າອີກ”. ດ້ວຍພຶດຕິກຳຕົວຈິ່ງຕ້ານເຂື້ອ HIV/AIDS ຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ຕ້ອງຊອກຫາວິທີປິ່ນປົວໃຫ້ໄດ້ ກໍຄືພັດທະນາວັກຊິນກັນພະຍາດດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງຫວຽດນາມ ກໍ່ຄືຄຳຮຽກຮ້ອງຂອງປະຊາຄົມສາກົນວ່າ, ເພື່ອບັນລຸໄດ້ເປົ້າໝາຍ 90-90-90 ແລະ ໄລຍະຈະມາເຖິງນີ້ແມ່ນເປົ້າໝາຍ 95-95-95, ໂລກຕ້ອງມານະພະຍາຍາມ 100-100-100 ແລະ ຫຼາຍກວ່ານັ້ນອີກ.

        ຕາມ UNAIDS ແລ້ວ, ໄລ່ຮອດປີ 2020, ທົ່ວໂລກມີຜູ້ຕິດເຊື້ອ HIV/AIDS 37,6 ລ້ານຄົນ, ໃນນັ້ນມີ 27,4 ລ້ານຄົນພວມໄດ້ຮັບການປິ່ນປົວ. ໃນໜຶ່ງທົດສະວັດຜ່ານມາ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອ HIV/AIDS ໄດ້ຫຼຸດ 43% ລົງເຫຼືອພຽງ 690.000 ຄົນໃນປີ 2020.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top