• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເນັ້ນໜັກ ຕ້ອງເຄົາລົບ ແລະ ປະຕິບັດສົນທິສັນຍາ ຫ້າມນຳໃຊ້ອາວຸດເຄມີ ຢ່າງຄົບຖ້ວນ

      -   ວັນທີ 4 ສິງຫາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບການປະຕິບັດມະຕິເລກທີ 2118 (2013) ເຊິ່ງມີສ່ວນກ່ຽວຂ້ອງເຖິງບັນຫາອາວຸດເຄມີຢູ່ ຊີຣີ. 
ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ, ປຶກສາຫາລືກ່ຽວກັບບັນຫາອາວຸດເຄມີຢູ່ ຊີຣີ (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)
      ຢູ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງ ສປຊ ກໍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄຳກ່າວຫາການນຳໃຊ້ອາວຸດເຄມີ ຢູ່ ຊີຣີ ແລະ ຮຽກຮ້ອງໃຫ້ ເພີ່ມທະວີການຮ່ວມມື ເພື່ອສະກັດກັ້ນການກະທຳດັ່ງກ່າວ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນຂອງ ຫວຽດນາມ ໃນການກ່າວປະນາມການກະທຳນຳໃຊ້ອາວຸດເຄມີ ແລະ ເນັ້ນໜັກວ່າ ຕ້ອງເຄົາລົບ ແລະ ປະຕິບັດສົນທິສັນຍາ ຫ້າມນຳໃຊ້ອາວຸດເຄມີ CWC ຢ່າງຄົບຖ້ວນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຊົມເຊີຍເລື່ອງ ຊີຣີ ແລະ ຄະນະເລຂາ OPCW ທີ່ໄດ້ກຽມພ້ອມດຳເນີນການແລກປ່ຽນຂັ້ນສູງ, ຖືນີ້ແມ່ນໂອກາດເພື່ອຍູ້ແຮງການເຈລະຈາ ມຸ່ງໄປເຖິງການແກ້ໄຂບັນຫາອາວຸດເຄມີຢູ່ ຊີຣີ ຢ່າງຂາດຂັ້ນ. ພ້ອມກັນນັ້ນ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທີ່ມີລັກສະນະສ້າງສັນ ແລະ ເປັນເອກະພາບ ລະຫວ່າງປະຊາຄົມສາກົນ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຄວາມມານະພະຍາຍາມຮ່ວມມືຂອງ OPCW  ແລະ ຊີີຣີ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top