• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບວັກຊິນ ກັນໂຄວິດ - 19 ຈຳນວນ 1,5ລ້ານໂດສຈາກ ຝລັ່ງ ແລະ ອີຕາລີ

      ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະ ລັດຖະບານ, ປະຊາຊົນອີຕາລີ, ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ.
ພິທີມອບຮັບວັກຊິນກັນໂຄວິດ - 19 Astra Zeneca 1,5 ລ້ານໂດສ ໂດຍ ລັດຖະບານຝລັ່ງ ແລະ ລັດຖະບານ ອີຕາລີໜູນຊ່ວຍໃຫ້ແກ່ ຫວຽດນາມ
ຜ່ານກົນໄກ
COVAX
      ຕາມຂໍ້ມູນຈາກໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ, ຕອນເຊົ້າວັນທີ 14 ກັນຍາ, ພິທີມອບຮັບວັກຊິນກັນໂຄວິດ - 19 Astra Zeneca 1,5 ລ້ານໂດສ ໂດຍ ລັດຖະບານຝລັ່ງ ແລະ ລັດຖະບານ ອີຕາລີໜູນຊ່ວຍໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX, ໄດ້ດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະ ລັດຖະບານ, ປະຊາຊົນອີຕາລີ, ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ນີ້ແມ່ນສິ່ງພິສູດໃຫ້ເຫັນການພັດທະນາຢ່າງຂະຫຍັນຂັນເຄື່ອນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ກັບ ຝລັ່ງ ແລະ ອີຕາລີໃນຊຸມປີຜ່ານມາ, ກໍ່ຄືນ້ຳໃຈມິດຕະພາບ, ຄວາມສາມັກຄີ, ພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19. ມາຮອດປັດຈຸບັນ, ຝລັ່ງ ແລະ ອີຕາລີ ແມ່ນ 2 ໃນຈຳນວນບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ໄດ້ໜູນຊ່ວຍວັກຊິນກັນໂຄວິດ - 19 ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ.
      ແລະກໍ່ໃນວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ປະກາດວ່າ ປະເທດນີ້ຈະໜູນຊ່ວຍວັກຊິນກັນໂຄວິດ - 19 AstraZeneca 1,3 ລ້ານໂດສໃຫ້ແກ່ 4 ປະເທດ ແລະ ເຂດແຄວ້ນຢູ່ ອາຊີ ລວມມີ: ຫວຽດນາມ, ໄທ, ບຣູໄນ ແລະ ໄຕ້ຫວັນ (ຈີນ)
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top