• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ຈັດສົ່ງຖ້ຽວບິນນຳພົນລະເມືອງຫວຽດນາມຢູ່ຕ່າງປະເທດກັບຄືນເມືອ ຢ່າງປອດໄພ

      ໃນວັນທີ 02 ສິງຫາ, ມີພົນລະເມືອງຫວຽດນາມ ກວ່າ 230 ຄົນ ຢູ່ ໄທ ກໍໄດ້ຖືກຈັດສົ່ງກັບຄືນເມືອປະເທດຢ່າງປອດໄພຜ່ານຖ້ຽວບິນຂອງບໍລິສັດການບິນ VietJet. 

ພົນລະເມືອງຫວຽດນາມຢູ່ຕ່າງປະເທດກັບຄືນເມືອ ຢ່າງປອດໄພ (ພາບ: ກະຊວງການຕ່າງປະເທດ)
      ໃນລະຫວ່າງວັນທີ 01 – 02 ສິງຫາ, ສະຖານທູດຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບບັນດາອົງການຕາງໜ້າຫວຽດນາມປະຈຳ ເອີຣົບ ແລະ ອາຟະລິກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຝລັ່ງ ຈັດຖ້ຽວບິນສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນ ຈາກ 24 ປະເທດ ເອີຣົບ ແລະ ອາຟະລິກາ ກັບຄືນເມືອປະເທດ.
ແລະກໍໃນວັນທີ 01 ສິງຫາ, ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ບໍລິສັດການບິນ VietJet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ສ.ເກົາຫຼີ ຈັດສົ່ງພົນລະເມືອງຫວຽດນາມ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນເມືອປະເທດຢ່າງປອດໄພ.
ແລະ ກໍໃນວັນທີ 02 ສິງຫາ, ມີພົນລະເມືອງຫວຽດນາມ ກວ່າ 230 ຄົນ ຢູ່ ໄທ ກໍໄດ້ຖືກຈັດສົ່ງກັບຄືນເມືອປະເທດຢ່າງປອດໄພຜ່ານຖ້ຽວບິນຂອງບໍລິສັດການບິນ VietJet. ພາຍຫຼັງທີ່ເຮືອບິນເຫຼົ່ານັ້ນໄດ້ລົງຈອດຢູ່ຫວຽດນາມ, ຈຸບິນ ແລະ ຜູ້ໂດຍສານໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວລວມສູນຕາມກຳນົດ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top