• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ສະມາຊິກທີ່ຕັ້ງໜ້າປະກອບສ່ວນເພື່ອສັນຕິພາບໂລກ

ເຫດການນີ້ເປັນການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບບົດບາດຂອງຫວຽດນາມ ໃນເລື່ອງຕັ້ງໜ້າປະກອບສ່ວນ ແລະ ແບ່ງປັນໂດຍມີຄວາມຮັບຜິດຊອບກັບສະຫະປະຊາຊາດ, ແກ້ໄຂການປະທະກັນ, ເພື່ອ ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງໂລກ.
(ທ່ານປະທານປະເທດຫຽດນາມ ຫງວຽນຊວັນຟຸກ)

ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ວັນທີ 19 ເມສາ, ຫວຽດນາມ ໄດ້ຈັດວາລະປະຊຸມປຶກສາຫາລືຂັ້ນສຸດຍອດທາງອອນລາຍ ດ້ວຍຫົວຂໍ້ວ່າ “ບົດບາດຂອງບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. ເຫດການນີ້ເປັນການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບບົດບາດຂອງຫວຽດນາມ ໃນເລື່ອງຕັ້ງໜ້າປະກອບສ່ວນ ແລະ ແບ່ງປັນໂດຍມີຄວາມຮັບຜິດຊອບກັບສະຫະປະຊາຊາດ, ແກ້ໄຂການປະທະກັນ, ເພື່ອ ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງໂລກ.

        ນີ້ແມ່ນຄັ້ງທຳອິດທີ່ທ່ານປະທານປະເທດຫຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ແມ່ນການເຄື່ອນໄຫວທາງການທູດຫຼາຍຝ່າຍສຳຄັນເທື່ອທຳອິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ. ວາລະປະຊຸມປຶກສາຫາລືນີ້ແມ່ນເຫດການພົ້ນເດັ່ນສຳຄັນພິເສດເຊິ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ເມສາ 2021 ແລະ ຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ເຊີດຊູການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາ

        ສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນອົງການຫຼັກແຫຼ່ງຂອງສະຫະປະຊາຊາດ ສວມບົດບາດສຳຄັນທີ່ສຸດໃນການສະກັດກັ້ນສົງຄາມ ແລະ ການປະທະກັນ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ຍ້ອນເຫດນັ້ນ, ຫົວຂໍ້ຂອງວາລະປະຊຸມເຊິ່ງ ຫວຽດນາມ ເລືອກເອົານັ້ນ ໄດ້ຕິດແທດກັບພາລະໜ້າທີ່ສຳຄັນ ແລະ ກວມລວມທີ່ສຸດຂອງອົງການນີ້. ໃນສະພາບການທີ່ສັນຕິພາບ, ສະຖຽນລະພາບແມ່ນທ່າອ່ຽງໃຫຍ່, ແຕ່ການປະທະກັນ ແລະ ການແຍ່ງແຍ້ງຢ່າງຂ້ຽວຂາດຍັງດຳເນີນໄປຢູ່ບາງແຫ່ງນັ້ນ, ຫົວເລື່ອງຂອງກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມສາກົນ.

        ນັບແຕ່ເມື່ອສ້າງບັນດາຫົວເລື່ອງບຸລິມະສິດໃຫ້ແກ່ອາຍຸການເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ຫວຽດນາມ ໄດ້ກຳນົດການຊຸກຍູ້ບົດບາດຂອງບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຮ່ວມມືກັບສະພາຄວາມໝັ້ນຄົງເວົ້າສະເພາະ ແລະ ກັບສະຫະປະຊາຊາດເວົ້າລວມ. ນີ້ກໍ່ແມ່ນເຫດການສືບທອດ ແລະ ເຊື່ອມຕໍ່ບັນດາຜົນງານທີ່ບັນລຸໄດ້ໃນປີຫວຽດນາມ ເປັນປະທານອາຊຽນ 2020 ແລະ ຂໍ້ລິເລີ່ມຂອງຫວຽດນາມ ໃນເດືອນເປັນປະທານສະພາຄວາມໝັ້ນຄົງຄັ້ງທີ 1 (ເດືອນ ມັງກອນ 2020) ເມື່ອຈັດກອງປະຊຸມຄັ້ງທຳອິດຂອງສະພາຄວາມໝັ້ນຄົງດ້ວຍຫົວຂໍ້ “ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ”.

        ໂດຍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຂອງສະຫະປະຊາຊາດ ແລະ ຂອງອາຊຽນ, ດ້ວຍບົດຮຽນຂອງປະເທດທີ່ຮັກຫອມສັນຕິພາບ, ເຂົ້າໃຈແຈ້ງບັນດາຄຸນຄ່າຂອງສັນຕິພາບ ແລະ ບັນດາຄວາມເສຍຫາຍ, ຄວາມເຈັບປວດຍ້ອນສົງຄາມ, ການປະທະກັນກໍ່ຂຶ້ນ, ຫວຽດນາມ ປາດຖະໜາວ່າ ບັນດາອົງການຈັດຕັ້ງຢູ່ພາກພື້ນຈະເສີມຂະຫຍາຍບົດບາດຂອງຕົນຫຼາຍກວ່າອີກ, ເພີ່ມທະວີພາບພົດ ແລະ ການແບ່ງປັນໂດຍມີຄວາມຮັບຜິດຊອບກັບສະຫະປະຊາຊາດ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນຢູ່ພາກພື້ນ, ເພື່ອສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ເພີ່ມທະວີບົດບາດຂອງອາຊຽນ

        ວາລະປະຊຸມປຶກສາຫາລືຂັ້ນສຸດຍອດທາງອອນລາຍດ້ວຍຫົວຂໍ້ “ບົດບາດຂອງບັນດາອົງການຈັດຕັ້ງຢູ່ພາກພື້ນ ໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ສືບຕໍ່ຍົກລະດັບບັນດາຂໍ້ລິເລີ່ມຂອງຫວຽດນາມ, ບໍ່ສະເພາະແຕ່ອາຊຽນ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນອີກດ້ວຍ, ລະອຽດແມ່ນໃນການຊຸກຍູ້ບັນດາມາດຕະການກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ການສົນທະນາ ເພື່ອປ້ອງກັນ, ສະກັດກັ້ນ, ແກ້ໄຂການປະທະກັນອີກດ້ວຍ. ຜ່ານເຫດການນີ້, ຫວຽດນາມ ຢາກຢືນຢັນຄຳໝັ້ນສັນຍາ, ຄວາມມານະພະຍາຍາມຂອງຕົນໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ທີ່ພວມວາງອອກຕໍ່ປະຊາຄົມສາກົນ.

        ດ້ວຍຖານະເປັນສະມາຊິກອາຊຽນ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດອາຊຽນ ຈະມີສຽງເວົ້າ, ທີ່ຕັ້ງ, ບົດບາດທີ່ນັບມື້ນັບສູງກວ່າໃນບັນດາບັນຫາກ່ຽວຂ້ອງເຖິງພາກພື້ນໂດຍກົງ ກໍຄືເພີ່ມທະວີການມີໜ້າຂອງອາຊຽນ ດ້ວຍຖານະເປັນອົງການຈັດຕັ້ງລະດັບພາກພື້ນຢູ່ສະຫະປະຊາຊາດ. ຜ່ານເຫດການນີ້, ຫວຽດນາມ ຈະປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຄົມສາກົນ, ຂອງສະຫະປະຊາຊາດ ສຳລັບການຮ່ວມມືພ້ອມກັບອາຊຽນ; ເພີ່ມທະວີບົດບາດຂອງອາຊຽນ ຢູ່ບັນດາເວທີປາໄສສາກົນ, ບັນດາລະບອບລະບຽບການສາກົນໃນໂລຍະຈະມາເຖິງ. ວາລະປະຊຸມກໍແມ່ນໂອກາດເພື່ອໃຫ້ການນຳສະຫະປະຊາຊາດ, ການນຳບັນດາອົງການຈັດຕັ້ງພາກພື້ນຄືອາຊຽນ, ສະຫະພາບເອີລົບ (ອີຢູ), ສະຫະພາບອາຟະລິກາ (AU), ກໍຄືການນຳບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ພ້ອມກັນແລກປ່ຽນເພື່ອຢັ້ງຢືນບົດບາດສຳຄັນຂອງບັນດາອົງການຈັດຕັ້ງຢູ່ພາກພື້ນ, ແບ່ງປັນບົດຮຽນຂອງແຕ່ລະອົງການຈັດຕັ້ງຢູ່ພາກພື້ນ ໃນການແກ້ໄຂບັນດາບັນຫາຫຍຸ້ງຍາກ, ສິ່ງທ້າທາຍຢູ່ພາກພື້ນຂອງຕົນ.

        ຍິ່ງໄປກວ່ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານວາລະປະຊຸມນັ້ນກໍ່ໄດ້ເປັນການຢັ້ງຢືນໃນຂັ້ນສູງສຸດກ່ຽວກັບແຜນນະໂຍບາຍ, ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໃນໄລຍະພັດທະນາໃໝ່ຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top