• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ G20 ໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ ໃຫ້ບັນດາປະເທດພວມພັດທະນາ

      ໃນຂອບເຂດກອງປະຊຸມສຸດຍອດ G20 ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ຕອນກາງຄືນວັນທີ 22 ພະຈິກ (ຕາມເວລາ ຫວຽດນາມ) ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປຶກສາຫາລືຄັ້ງທີ 2 ດ້ວຍຫົວຂໍ້ “ສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມ. ສິ່ງດັ່ງກ່າວ ພຽງແຕ່ບັນລຸໄດ້ໃນຂະນະທີ່ການພົວພັນສາກົນໄດ້ຮັບການຮັກສາ ຜ່ານລະບົບຫຼາຍຝ່າຍ ໂດຍອີງໃສ່ລະບຽບກົດໝາຍ, ບັນດາປະເທດພ້ອມກັນເຄົາລົບ, ຮັບຮູ້, ເຈລະຈາ, ຮ່ວມມື ແລະ ໄວ້ເນືຶ້ອເຊື່ອໄວເຊິ່ງກັນແລະກັນ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ G20, ສປຊ ແລະ ບັນດາກົນໄກຫຼາຍຝ່າຍ ເສີມຂະຫຍາຍບົດບາດໃນການແກ້ໄຂບັນດາບັນຫາຂອງທົ່ວໂລກໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
        ເພື່ອປະຕິບັດສຳເລັດເປົ້າໝາຍຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ (SDG) ຮອດປີ 2030, ຄຳໝັ້ນສັນຍາ ປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ບັນດາປະເທດຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດສະຫຼັບກັບໂຄງການພັດທະນາຂອງແຕ່ລະປະເທດ. ຫວັງວ່າ ບັນດາປະເທດ G20 ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີສູງໃຫ້ແກ່ບັນດາປະເທດພວມພັດທະນາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການເຂົ້າຮ່ວມລະບົບສະໜອງທົ່ວໂລກ, ສຳຜັດກັບຕະຫຼາດ ແລະ ບັນດາແຫຼ່ງທຶນກູ້ຢືມບຸລິມະສິດ, ພ້ອມທັງຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ”.
        ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top