• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ວັນທີ 23 ກັນຍາ, ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ ມີບົດຮຽນໃຫ້ຂໍ້ສັງເກດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ ເຮັດໃຫ້ການດຳລົງຊີວິດຢູ່ ຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. 

ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ABC ຖືວ່າ: ໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ. ວິທີຮັບມືຂອງ ຫວຽດນາມ ສຳລັບໂລກລະບາດໂຄວິດ-19 ຄັ້ງທຳອິດ ໄດ້ສະແດງໃຫ້ເຫັນການໂຄສະນາໂດຍໄວ, ກ້ວາງຂວາງ; ນຳຜູ້ຖືກສົງໄສຕິດເຊື້ອປະຕິບັດການແຍກຕົວ ແລະ ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ-ອັດດັງ… ເຊິ່ງໄດ້ປະຕິບັດຢ່າງວ່ອງໄວ ແລະ ໄດ້ຈັດຕັ້ງມີແບບມີແຜນ, ເຮັດໃຫ້ໂລກລະບາດຖືກຄວບຄຸມໂດຍໄວ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top