• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢຶດໝັ້ນກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍທິດ ແລະ ຫຼາຍຝ່າຍ

ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ຍູ້ແຮງການສະກັດກັ້ນ ແລະ ແກ້ໄຂການປະທະກັນ.
ບັນດາຜູ້ຕາງໜ້າເຂົ້າຮ່ວມວາລະປະຊຸມ. (ພາບ: TTXVN)

ຕອນຄ່ຳວັນທີ 19 ເມສາ, ຈາກ ຮ່າໂນ້ຍ, ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານຈັດວາລະປະຊຸມປຶກສາຫາລືເປີດຂັ້ນສູງທາງອອນລາຍ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ”.

        ກ່າວຄຳເຫັນທີ່ວາລະໄຂ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ຍູ້ແຮງການສະກັດກັ້ນ ແລະ ແກ້ໄຂການປະທະກັນ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຢູ່ພາກພື້ນໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.      ຕາມທ່ານປະທານປະເທດ ຫວຽນຊວັນຟຸກ ແລ້ວ, ເຖິງວ່າສັນຕິພາບ, ການຮ່ວມມື, ພັດທະນາ ສືບຕໍ່ແມ່ນທ່າອ່ຽງ ແລະ ຄວາມຄາດຫວັງຢ່າງໃຫຍ່ຫຼວງຂອງທຸກປະເທດ, ທຸກຊົນຊາດ, ແຕ່ເຖິງຢ່າງໃດກໍ່ຕາມ ມະນຸດພວມດຳລົງຊີວິດໃນສະພາບແວດລ້ອມຄວາມໝັ້ນຄົງສະຫຼັບກັບສິ່ງທ້າທາຍຫຼາຍຢ່າງ, ເຊິ່ງຮຽກຮ້ອງຕ້ອງເພີ່ມທະວີຄວາມສາມັກຄີສາກົນຍິ່ງກວ່າເວລາໃດໝົດ. ບົນພື້ນຖານໄຈ້ແຍກບັນດາສິ່ງທ້າທາຍເຊິ່ງມະນຸດພວມປະເຊີນໜ້າ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີບາງມາດຕະການແກ້ໄຂເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນການປະທະກັນ. ຕາມນັ້ນແລ້ວ, ສະຫະປະຊາຊາດຕ້ອງນຳໜ້າການເພີ່ມທະວີບັນງາການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນ, ພຶດຕິກຳຕົວຈິງໃຫ້ເປັນຢ່າງດີ ກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ. ປະຊາຄົມສາກົນສືບຕໍ່ຍົກສູງບົດບາດຂອງລັດທິຫຼາຍຝ່າຍ ແລະ ເພີ່ມທະວີການເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top