• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມແກ້ໄຂບັດເຫຼືອງຂອງ EC ແລະ ພັດທະນາອາຊີບການປະມົງແບບຍືນຍົງ

      ເລື່ອງສະກັດກັ້ນ, ກ້າວໄປເຖິງການຢຸດຕິສະພາບກ່ຳປັ່ນຫາປາລ່ວງລ້ຳເຂດທະເລຕ່າງປະເທດ ແມ່ນບຸລິມະສິດໃຫຍ່ສຸດຂອງ ຫວຽດນາມ ເພື່ອແກ້ໄຂບັດເຫຼືອງຂອງຄະນະກຳມະການ ເອີຣົບ (EC) ສຳລັບການເຄື່ອນໄຫວຂຸດຄົ້ນສິນທະເລທີ່ມີຕົ້ນກຳເນີດບໍ່ຈະແຈ້ງ. ຂະແໜງສິນໃນນ້ຳ ແລະ ອຳນາດການປົກຄອງ 28 ແຂວງ, ນະຄອນແຄມຝັ່ງທະເລຂອງ ຫວຽດນາມ ພວມມານະພະຍາຍາມເພື່ອເປົ້າໝາຍນີ້.
              ເລື່ອງ EC ກ່າວເຕືອນດ້ວຍການໃຫ້ບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມ ບໍ່ພຽງແຕ່ມາດຕະການລົງໂທດປັບໄໝເທົ່ານັ້ນ, ຊຶ່ງນີ້ຍັງແມ່ນການກຳນົດທິດ ແລະ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຈະແຈ້ງ ເພື່ອໃຫ້ ຫວຽດນາມ ມີການປ່ຽນແປງ, ພັດທະນາອາຊີບການປະມົງແບບຍືນຍົງ ແລະ ມີຄວາມຮັບຜິດຊອບ. ຫວຽດນາມ ໄດ້ມີບັນດາບາດກ້າວໃຫຍ່ໃນການສ້າງກອບກົດໝາຍໃໝ່ຄື: ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຊັບພະຍາກອນນ້ຳເຊິ່ງມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ ຕິດພັນກັບການປະຕິບັດຄຳໝັ້ນສັນຍາຕ້ານການຈັບຫາສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ນັ້ນແມ່ນການກະທຳຮ້າຍແຮງ.
ຊາວປະມົງ ຫວຽດນາມ ມີການຮ່ວມມື ແລະ ມີຄວາມຮັບຜິດຊອບ
       ພາຍຫລັງໄປຫາປາຢູ່ທະເລເປັນເວລາ 1 ເດືອນ, ກ່ຳປັ່ນຫາປາຂອງຊາວປະມົງ ລາວັນແຊ໊ງ, ຢູ່ເມືອງ ຮ່ວາຍເຍີນ, ແຂວງ ບີ່ງດິ້ງ ຫາປາທູນາໄດ້ 3 ໂຕ່ນ. ເມື່ອກ່ຳປັ່ນຫາເຂົ້າທຽບທ່າ, ລຸງ ແຊ໊ງ ຟ້າວ ໄປເອົາປື້ມສະໝຸດບັນຊີມາເບິ່ງຄືນການບັນທຶກປະຈຳວັນກ່ຽວກັບການເດີນທາງ ແລະ ປະລິມານປາທີ່ຫາມາໄດ້ໃນແຕ່ລະມື້. ລຸງ ແຊ໊ງ ໃຫ້ຮູ້ວ່າ: ກ່ວາໜຶ່ງປີມານີ້, ເມື່ອມີການກ່າວເຕືອນດ້ວຍການຖືກບັດເຫຼືອງນັ້ນ, ທຸກຄວາມຊິນເຄີຍຂອງຊາວປະມົງຕ້ອງໄດ້ປ່ຽນແປງ. ມື້ໃດກໍ່ຄືກັນ, ລຸງ ແຊ໊ງ ພ້ອມກັບລູກເຮືອໄດ້ຈົດໃສ່ປື້ມບັນທຶກປະຈຳວັນກ່ຽວກັບວັນເວລາ, ຈຸດພິກັດຂອງກ່ຳປັ່ນຫາປາຢູ່ທະເລ, ປະລິມານ, ປະເພດສິນໃນນ້ຳທີ່ຫາມາໄດ້. ນອກນັ້ນ, ລຸງ ແຊ໊ງ ຍັງຈົດລາຍລະອຽດກ່ຽວກັບສະພາບດິນຟ້າອາກາດ, ປະເພດລົມ, ກຳລັງແຮງຂອງລົມ, ຄື້ນທະເລໃນແຕ່ລະຈຸດເວລາທີ່ຫາປາ ເພື່ອເປັນບ່ອນອີງໃຫ້ແກ່ການໄປຫາປາຄັ້ງຕໍ່ໄປ. ລຸງ ລາວັນແຊ໊ງ ໃຫ້ຮູ້ວ່າ:
        ໄປຫາປາຕ້ອງຂຽນໃສ່ປື້ມບັນທຶກປະຈຳວັນຢ່າງຈະແຈ້ງ, ປະສົບກັບຄວາມຫຍຸ້ງຍາກແມ່ນຍ້ອນເຮົາຄ້ານຂຽນ. ບັນທຶກປະຈຳວັນຢ່າງລະອຽດ, ເມື່ອເຂົ້າທຽບທ່າກໍ່ແຈ້ງໃຫ້ເຈົ້າໜ້າທີ່ ແລ້ວຈຶ່ງຂາຍປາ ກໍ່ຈະບໍ່ມີບັນຫາຫຍັງດອກ. ບໍ່ແມ່ນວ່າຂຽນບັນທຶກປະຈຳວັນເພື່ອເອົາໄປສົ່ງໃຫ້ເຈົ້າໜ້າທີ່ ຫາກເພື່ອເກັບໄວ້ໃຫ້ຕົນເອງໃນຊຸມປີຕໍ່ໄປ.
ຫວຽດນາມ ມານະພະຍາຍາມແກ້ໄຂບັດເຫຼືອງຂອງ EC ແລະ ພັດທະນາອາຊີບການປະມົງແບບຍືນຍົງ (ພາບອິນເຕີແນັດ)
      ເພື່ອຄຸ້ມຄອງກ່ຳປັ່ນຫາປາເຂົ້າ - ອອກທ່າ ແລະ ຕົ້ນກຳເນີດຂອງສິນທະເລ, ບັນດາທ້ອງຖິ່ນໄດ້ສ້າງຕັ້ງຫ້ອງການກວດກາ, ຄຸ້ມຄອງອາຊີບການປະມົງຢູ່ບັນດາທ່າກ່ຳປັ່ນຫາປາ. ນະທີ່ນີ້, ຜູ້ຕາງໜ້າບັນດາກຳລັງປ້ອງກັນຊາຍແດນ, ຄະນະຄຸ້ມຄອງທ່າກ່ຳປັ່ນຫາປາ, ຫ້ອງການຊັບພະຍາກອນນ້ຳໄດ້ເວນຍາມຕະຫລອດເວັນ ແລະ ຄືນ, ຕິດຕາມກວດກາກ່ຳປັ່ນຫາປາເຂົ້າ - ອອກທ່າ. ທ່ານ ຮ່າວຽນ, ຫົວໜ້າຄະນະຄຸ້ມຄອງທ່າກ່ຳປັ່ນຫາປາແຂວງ ຝູ໊ອຽນ ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າໄດ້ສົມທົບກັບທະຫານປ້ອງກັນຊາຍແດນ, ຫ້ອງການຊັບພະຍາກອນນ້ຳສຸມໃສ່ຕິດຕາມກວດກາກ່ຳປັ່ນຫາປາທີ່ມີລວງຍາວກ່ວາ 15 ແມັດ, ກວດໜັງສື, ວັດຖຸອຸປະກອນຕ່າງໆ. ກ່ອນທີ່ອອກໄປຫາປາ, ໄດ້ສະເໜີໃຫ້ບັນດາເຈົ້າຂອງເຮືອສະໜອງປື້ມບັນທຶກປະຈຳວັນທີ່ໄປຫາປາຄັ້ງກ່ອນ, ເມື່ອກ່ຳປັ່ນເຂົ້າທຽບທ່າ ຈະຕິດຕາມກ່ຳປັ່ນເຂົ້າທຽບທ່າດ້ວຍການສະໜອງຂໍ້ມູນຂ່າວສານ, ສົມທຽບຂໍ້ມູນຂ່າວສານກ່ຽວກັບເປົ້າໝາຍສິນໃນນ້ຳ, ສ່ວນປະກອບຊະນິດຕ່າງໆ ແລະ ປະລິມານຂອງປາທີ່ຫາມາໄດ້. ຈັດແບ່ງພະນັກງານຕິດຕາມກວດກາ, ປະເມີນຜົນເອກະສານສະໜອງໃບຢັ້ງຢືນໃຫ້ບັນດາເຈົ້າຂອງກ່ຳປັ່ນທີ່ມີເງື່ອນໄຂຄົບຖ້ວນ.
        ໜ້າທີ່ສຳຄັນຂອງບັນດາຂະແໜງ, ທ້ອງຖິ່ນແມ່ນສະກັດກັ້ນສະພາບກ່ຳປັ່ນຫາປາຂຸດຄົ້ນຜິດກົດໝາຍໃນເຂດທະເລຕ່າງປະເທດ. ອຳນາດການປົກຄອງບັນດາທ້ອງຖິ່ນແຄມທະເລໄດ້ສົມທົບກັບບັນດາປ້ອມປ້ອງກັນຊາຍແດນ ໂຄສະນາເຜີຍແຜ່ບັນດາຂໍ້ສະເໜີແນະຂອງຄະນະກຳມະການ ເອີຣົບ ແລະ ກົດໝາຍວ່າດ້ວຍຊັບພະຍາກອນນ້ຳໃຫ້ຊາວປະມົງແຕ່ລະຄົນ, ຫ້າມເດັດຂາດບໍ່ໃຫ້ຫາປາລະເມີດເຂດທະເລຕ່າງປະເທດ.
ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາ
        ໜຶ່ງໃນບັນດາມາດຕະການພື້ນຖານເພື່ອຄຸ້ມຄອງ, ຕິດຕາມກວດກາ, ສະກັດກັ້ນກ່ຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ ຕົ້ນຕໍແມ່ນການຕິດຕັ້ງເຄື່ອງອຸປະກອນຕິດຕາມກວດກາການເດີນທາງ. ມາຮອດປັດຈຸບັນ, ກະຊວງກະສິກຳ ແລະ ພັດທະນະຊົນນະບົດ ຫວຽດນາມ ໄດ້ສ້າງຕັ້ງສູນຕິດຕາມກວດກາ 3 ແຫ່ງຢູ່ 3 ແຂວງແມ່ນ: ບີ່ງດິ້ງ, ກຽນຢາງ ແລະ ເບັນແຈ. ຕາມນັ້ນແລ້ວ, ສຳລັບກ່ຳປັ່ນຫາປາໄກຝັ່ງທີ່ມີລວງຍາວແຕ່ 24 ແມັດຂຶ້ນໄປ ຕ້ອງບັງຄັບໃຫ້ຕິດຕັ້ງເຄື່ອງອຸປະກອນຕິດຕາມກວດກາການເດີນທາງ ເພື່ອເຊື່ອມຕໍ່ກັບບັນດາປ້ອມກວດກາຢູ່ຝັ່ງທະເລ ແລະ ອົງການເຈົ້າໜ້າທີ່ຢູ່ທ້ອງຖິ່ນຕ່າງໆ. ຕາມແຜນການແລ້ວ, ຮອດຕົ້ນປີ 2020, ກ່ຳປັ່ນຫາປາທີ່ມີລວງຍາວກ່ວາ 15 ແມັດທັງໝົດ ຕ້ອງຕິດຕັ້ງເຄື່ອງອຸປະກອນຕິດຕາມກວດກາການເດີນທາງ. ດ້ວຍຊ໊ອບແວນີ້, ບັນດາເຄື່ອງອຸປະກອນຕິດຕາມກວດກາການເດີນທາງຈະສົ່ງຂໍ້ຄວາມໄປໃຫ້ປ້ອມກວດກາຢູ່ຝັ່ງທະເລ 2 ຊົ່ວໂມງໃດຕໍ່ໜຶ່ງຂໍ້ຄວາມດ້ວຍອັດຕະໂນມັດ. ທ່ານ ຫງວຽນຕັງບີ໊ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຫງາຍ, ຖືວ່າ ຍ້ອນມີການຄຸ້ມຄອງບັນດາພາຫະນະຢ່າງແໜ້ນແຟ້ນ ພ້ອມກັບມາດຕະການລົງໂທດຢ່າງເຄັ່ງຄັດ ດັ່ງນັ້ນ ສະພາບກ່ຳປັ່ນຫາປາລະເມີດເຂດທະເລຕ່າງປະເທດໄດ້ຫລຸດລົງ. ທ່ານ ຫງວຽນຕັງບີ໊ງ ກ່າວວ່າ:
        “ສຳລັບບັນດາກ່ຳປັ່ນຫາປາທີ່ລະເມີດການຂຸດຄົ້ນຫາປາໃນເຂດທະເລຕ່າງປະເທດນັ້ນ ເດັດຂາດຈະບໍ່ພິຈາລະນາການໜູນຊ່ວຍບັນດານະໂຍບາຍຂອງລັດ ແລະ ຈະປັບໄໝດ້ວຍລະດັບສູງສຸດໃນກໍລະນີການລະເມີດ ຕາມມະຕິເລກທີ 103 ຂອງລັດຖະບານ, ນັ້ນແມ່ນຢຶດໃບອະນຸຍາດປະກອບອາຊີບ, ໃບຢັ້ງຢືນກັບຕັນເຮືອ, ໃບຢັ້ງຢືນຫົວໜ້າເຄື່ອງຈັກດ້ວຍການກຳນົດເວລາ. ຖ້າຫາກບໍ່ມີການປ່ຽນແປງ ແມ່ນຈະຢຶດຖາວອນເລີຍ ບໍ່ອອກເອກະສານຕໍ່ກ່ຳປັ່ນໃໝ່ໃຫ້, ຊື້ໃໝ່ ຫຼື ດັດປ່ຽນສຳລັບກ່ຳປັ່ນທີ່ໄດ້ລະເມີດ.
ປີ 2018, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສະໜອງໃບຢັ້ງຢືນ 4.589 ໃບກ່ຽວກັບວັດຖຸດິບສິນໃນນ້ຳ ແລະ ສິນໃນນ້ຳສົ່ງອອກໄປຍັງ ອີຢູ. ພິເສດ, ແມ່ນບໍ່ໃຫ້ມີສະພາບກ່ຳປັ່ນຫາປາ ແລະ ຊາວປະມົງລະເມີດເຂດທະເລຂອງບັນດາປະເທດເກາະ ປາຊີຟິກ. ນັ້ນແມ່ນບັນດາໝາກຜົນຂອງຂະແໜງກະສິກຳບັນລຸໄດ້ໃນຄວາມມານະພະຍາຍາມແກ້ໄຂບັດເຫຼືອງຂອງ EC ສຳລັບສິນໃນນ້ຳຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top