• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ໃນຖານະຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ໃນນັ້ນມີ 01 ເດືອນດຳລົງດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດຄັ້ງທີ 2, ຫວຽດນາມ ໄດ້ຕັ້ງໜ້າເປັນເຈົ້າການປະກອບສ່ວນເຂົ້າວຽກງານລວມຂອງສະຫະປະຊາຊາດຢ່າງແທດຈິງ, ມີປະສິດທິຜົນ.
ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ. (ພາບປະກອບ: TTXVN)

ໃນໄລຍະ 6 ເດືອນຕົ້ນປີ 2021, ສະພາບການເມືອງ - ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມຂອງໂລກສືບຕໍ່ມີບັນດາການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພິເສດແມ່ນຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ແກ່ຍາວ. ໃນສະພາບການນັ້ນ, ສະພາຄວາມໝັ້ນຄົງສະຫະປະຊາຊາດສືບຕໍ່ສະແດງບົດບາດ ແລະ ເສີມຂະຫຍາຍບົດບາດແມ່ນອົງການສຳຄັນແຖວໜ້າທີ່ມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ດ້ວຍໂຄງການດຳເນີນງານທີ່ກວ້າງຂວາງ ແລະ ອຸດົມສົມບູນ. ໃນຖານະຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ໃນນັ້ນມີ 01 ເດືອນດຳລົງດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດຄັ້ງທີ 2, ຫວຽດນາມ ໄດ້ຕັ້ງໜ້າເປັນເຈົ້າການປະກອບສ່ວນເຂົ້າວຽກງານລວມຂອງສະຫະປະຊາຊາດຢ່າງແທດຈິງ, ມີປະສິດທິຜົນ.

ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ຍັງສືບຕໍ່ເກີດຂຶ້ນ, ບັນດາການປະທະກັນຖືກແກ່ຍາວ, ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ, ອາຟະລິກາເໜືອ, ອາຊີ ຄືການປະທະກັນລະຫວ່າງອິດສະຣາແອນ - ປາແລດສະຕິນ, ຄວາມຂາດສະຖຽນລະພາບຢູ່ ລີບີ, ເຢແມນ, ຊູດັງ, ສະພາບການເມືອງຢູ່ ມຽນມາ… ພ້ອມກັນນັ້ນແມ່ນບັນດາສິ່ງທ້າທາຍທົ່ວໂລກຄື ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ… ພິເສດແມ່ນຜົນກະທົບທີ່ແກ່ຍາວຂອງໂລກລະບາດໂຄວິດ-19. ຜ່ານນັ້ນ, ບັນດາປະເທດຍິ່ງເຫັນໄດ້ແຈ້ງເຖິງຄວາມຕ້ອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມືສາກົນ, ການກະທຳຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ. (ພາບ: ກະຊວງການຕ່າງປະເທດ)

ຫວຽດນາມ ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານລວມ

ໃນຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດຢ່າງມີປະສິດທິຜົນ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານລວມ. ພົ້ນເດັ່ນແມ່ນເລື່ອງ ຫວຽດນາມ ໄດ້ຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງຄັ້ງທີ 2 (ເດືອນ ເມສາ 2021) ສຳເລັດຜົນ. ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດັ້ງຮ່ວາງຢາງ ແລ້ວ, ເລື່ອງຮັບດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະສານງານ, ດຸ່ນດ່ຽງທັດສະນະທີ່ແຕກຕ່າງກັນລະຫວ່າງບັນດາກຸ່ມປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ຍາມໃດກໍ່ແມ່ນສິ່ງທ້າທາຍສຳລັບບໍ່ວ່າປະເທດໃດ ແລະ ຫວຽດນາມ ກໍ່ບໍ່ນອນນອກເໜືອຈາກເລື່ອງນີ້. ເຖິງຢ່າງໃດກໍ່ຕາມ, ດ້ວຍຫຼັກໝັ້ນ ແລະ ຫຼັກການສະເໝີຕົ້ນສະເໝີປາຍຂອງແນວທາງການຕ່າງປະເທດ, ຫວຽດນາມ ບັນລຸໄດ້ຜົນສຳເລັດໃນການສະເໜີ, ຊຸກຍູ້ບັນດາບຸລິມະສິດ ແລະ ຂໍ້ລິເລີ່ມໃນເດືອນເປັນປະທານສະພາຄວາມໝັ້ນຄົງ:

“ໂດຍແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຂອງສະຫະປະຊາຊາດ ແລະ ຂອງອາຊຽນ, ຈາກບົດຮຽນຂອງປະເທດຮັກຫອມສັນຕິພາບ, ມີຄວາມເຂົ້າໃຈແຈ້ງຄຸນຄ່າຂອງສັນຕິພາບ ແລະ ຄວາມເສຍຫາຍ, ຄວາມເຈັບປວດຍ້ອນສົງຄາມ, ການປະທະກັນກໍ່ຂຶ້ນ, ຫວຽດນາມ ໄດ້ສະໜັບສະໜູນການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ. ມາດຕະການສະກັດກັ້ນການປະທະກັນມີປະສິດທິຜົນທີ່ສຸດນັ້ນແມ່ນ ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ການພົວພັນລະຫວ່າງບັນດາປະເທດຕ້ອງອີງໃສ່ການສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ ແລະ ບັນດາມາດຕະການສັນຕິພາບ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດ”.

ທັດສະນະດັ່ງກ່າວຂອງ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ. ໃນຕະຫຼອດເດືອນດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ, ທຸກບັນຫາເຊິ່ງຫວຽດນາມ ຍົກອອກມາລ້ວນແຕ່ໄດ້ຮັບການພິຈາລະນາ, ຮັບຮອງເອົາຈາກສະຫະປະຊາຊາດ ດ້ວຍເອກະສານ 10 ສະບັບ ທີ່ມີອັດຕາການສະໜັບສະໜູນຢ່າງຂາດຂັ້ນ 15/15 ບັດ.

ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້

ໂດຍສືບຕໍ່ຜົນງານຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນ 6 ເດືອນຕົ້ນປີ 2021, ຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈໜ້າທີ່ຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນວຽກງານລວມຂອງສະພາຄວາມໝັ້ນຄົງເວົ້າສະເພາະ ແລະ ຂອງສະຫະປະຊາຊາດເວົ້າລວມ. ໃນວິວັດການນັ້ນ, ສິ່ງສຳຄັນທີ່ສຸດແມ່ນເຮັດແນວໃດມານະພະຍາຍາມເພື່ອໃຫ້ສະພາຄວາມໝັ້ນຄົງມີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ. ທ່ານ ໂດ້ຫວຽດຮຸ່ງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດຫວຽດນາມ, ຢືນຢັນວ່າ:

“ຫວຽດນາມ ກຳນົດວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການປະຕິບັດບົດບາດດັ່ງກ່າວ ເພື່ອແນໃສ່ຮັບປະກັນລັກສະນະພາວະວິໄສ, ກະຈ່າງແຈ້ງ, ຄວາມໄຫວພິບໃນການແກ້ໄຂບັນດາຈຸດທີ່ແຕກຕ່າງກັນອາດຈະມີລະຫວ່າງບັນດາປະເທດສະມາຊິກ, ຮັບປະກັນໃຫ້ສະພາຄວາມໝັ້ນຄົງສະຫະະຊາຊາດມີສຽງເວົ້າເປັນເອກະພາບ, ສາມັກຄີ, ເຫັນດີເຫັນພ້ອມໃນການແກ້ໄຂບັນດາສິ່ງທ້າທາຍລວມທີ່ພວມວາງອອກໃນປະຈຸບັນ”.

ໃນໄລຍະຈະມາເຖິງ, ຫວຽດນາມ ຈະເພີ່ມທະວີການສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານ ແລະ ຄາດຄະເນໂດຍໄວຕໍ່ບັນດາບັນຫາສາກົນ, ພາກພື້ນທີ່ອາດຈະເກີດຂຶ້ນຢ່າງສັບສົນ. ຜ່ານນັ້ນ, ກໍ່ມຸ່ງໄປເຖິງການປະຕິບັດສຳເລັດທັງອາຍຸການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021, ສະແດງໃຫ້ເຫັນບັນດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນວຽກງານລວມຂອງປະຊາຄົມສາກົນ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ຊຸກຍູ້ການຮ່ວມມືກັບບັນດາປະເທດ, ຄູ່ຮ່ວມມືຕາມຈິດໃຈ “ເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top