• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະສົບຜົນສຳເລັດໃນຂົງເຂດສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ

      ຫວຽດນາມ ໄດ້ປະສົບຜົນສຳເລັດໃນຂົງເຂດສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍທົ່ວໂລກ”, ນັ້ນແມ່ນການຕີລາຄາຂອງທ່ານນາງ Elisa Fernandez Saenz ຫົວໜ້າຜູ້ຕາງໜ້າອົງການສະຫະປະຊາຊາດ ຫວ່າງແລ້ວນີ້ ກ່ຽວກັບບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງຢູ່ ຫວຽດນາມ. ສະຫະປະຊາຊາດກໍ່ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສາມາດລົບລ້າງຄວາມແຕກໂຕ່ນກັນລະຫວ່າງຍິງ-ຊາຍໄວທີ່ສຸດ ໃນຮອບ 20 ປີຜ່ານມາ.

ທ່ານນາງ ຫງວຽນທິກິມເງິນ (ພາບ: TTXVN)
      ໄດ້ຍົກອອກໃນແຖວຕົວໜັງສືທຳອິດຂອງກົດບັດສະຫະປະຊາຊາດ ເຊິ່ງໄດ້ຮັບການຮັບຮອງເອົາກ່ອນນີ້ 75 ປີ. ຫວຽດນາມ ໄດ້ຕັ້ງໜ້າຫັນບັນດາເປົ້າໝາຍຂອງສະຫະປະຊາຊາດກາຍເປັນຈິງຢ່າງມີຊີວິດຊີວາ, ເມື່ອສະຫງວນບັນດາບຸລິມະສິດໃດໜຶ່ງໃຫ້ແກ່ວຽກງານສະເໝີພາບລະຫວ່າງຍິງ-ຊາຍ. ນັບແຕ່ເມື່ອສ້າງລັດຖະທຳມະນູນສະບັບທຳອິດໃນປີ 1946, ກ່ຽວກັບບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງກອບກົດໝາຍ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ສົມບູນແບບ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຍິງຄົນທຳອິດໃນປະຫວັດສາດ ຫວຽດນາມ, ຢັ້ງຢືນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສິດຂອງແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ, ເຊິ່ງໄດ້ລະບຸໃນລັດຖະທຳມະນູນ ແລະ ໄດ້ຮັບປະກັນຢ່າງແທ້ຈິງ. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
        “ຢູ່ ຫວຽດນາມ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ຍາມໃດກໍ່ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງລັດ. ບົນພື້ນຖານການກຳນົດຂອງລັດຖະທຳມະນູນແລ້ວ, ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງລະບົບບັນດາເອກະສານນິຕິກຳ ແນໃສ່ປົກປັກຮັກສາ ແລະ ຊຸກຍູ້, ຍົກສູງ, ມອບສິດໃຫ້ແມ່ຍິງ, ພ້ອມທັງ ຍາມໃດກໍ່ມີຄວາມເອົາໃຈໃສ່, ຕິດຕາມການປະຕິບັດກົດໝາຍ, ຜັນຂະຫຍາຍບັນດານະໂຍບາຍຂອງລັດຖະບານ, ບັນດາກະຊວງ, ຂະແໜງການໃນຂົງເຂດສຳຄັນດັ່ງກ່າວ.
        ປີ 2006, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໃນນັ້ນ ຮຽກຮ້ອງໃຫ້ບັນດາອົງການລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ ປະຕິບັດຄວາມຮັບຜິດຊອບຂອງຕົນ ໃນການຄຸ້ມຄອງລັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:
        “ວຽກງານສະເໝີພາບລະຫວ່າງຍິງ-ຊາຍ ຢູ່ ຫວຽດນາມ ໃນເບື້ອງຕົ້ນໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າກ່ຽວກັບຄວາມຮັບຮູ້ ແລະ ການກະທຳຂອງການນຳທຸກຂັ້ນ ແລະ ພະນັກງານ, ລັດຖະກອນ, ພາລະກອນ ແລະ ປະຊາຊົນ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງແມ່ຍິງໃນຄອບຄົວ ແລະ ສັງຄົມ. ບາງດັດຊະນີການພັດທະນາໄດ້ຮັບການປັບປຸງ ໄດ້ນຳ ຫວຽດນາມ ເລື່ອນຂຶ້ນອັນດັບສູງກ່ວາ ແລະ ປະຊາຄົມສາກົນໄດ້ຕີລາຄາສູງກ່ຽວກັບບັນດາຄວາມມານະພະຍາຍາມໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ.
        ໃນຫລາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດຢູ່ພາກພື້ນອາຊີ - ປາຊີຟິກ ບັນລຸໄດ້ບາດກ້າວຄືບໜ້າດີພໍສົມຄວນກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫລາຍຂົງເຂດເສດຖະກິດ-ສັງຄົມ.
        ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມໃນເອກະສານສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ມອບສິດໃຫ້ແມ່ຍິງຫລາຍສະບັບ. ພາຍຫລັງເກືອບ 40 ປີ ນັບແຕ່ເມື່ອປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບການລົບລ້າງບັນດາຮູບການຈຳແນກການປະພຶດຕ້ານແມ່ຍິງ, ເກືອບ 15 ປີນັບແຕ່ເມື່ອກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງຊາຍມີຜົນສັກສິດ ແລະ 10 ປີແຫ່ງການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ພິເສດແມ່ນບັນດາບາດກ້າວບຸກທະລຸກ່ຽວກັບຄວາມຮັບຮູ້ ແລະ ການກະທຳ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດລົບລ້າງຄວາມແຕກໂຕ່ນກັນລະຫວ່າງຍິງ-ຊາຍຢ່າງວ່ອງໄວທີ່ສຸດໃນຮອບເວລາ 20 ປີຜ່ານມາ. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ຍັງປະກອບສຽງເວົ້າສຳຄັນໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍທົ່ວໂລກ ອີກດ້ວຍ. ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນສະຫະປະຊາຊາດປະຈຳ ຫວຽດນາມ, ແບ່ງປັນວ່າ:
        “ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດຢູ່ພາກພື້ນອາຊີ - ປາຊີຟິກ ບັນລຸໄດ້ບັນດາບາດກ້າວຄືບໜ້າດີ ທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ. ພວກຂ້າພະເຈົ້າ ໄດ້ຮັບຮູ້ບັນດາຜົນງານເປັນໜ້າຊື່ນຊົມກ່ຽວກັບການຊຸກຍູ້ສິດ ແລະ ການຊີ້ນຳນຳພາຂອງແມ່ຍິງ, ພິເສດແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ໂດຍຜ່ານການຍູ້ແຮງກອບກົດໝາຍ ແລະ ລະບອບລະບຽບການຢູ່ ຫວຽດນາມ. ຄວາມສະເໝີພາບລະຫວ່າງຍິງ-ຊາຍ ບໍ່ພຽງແຕ່ແມ່ນສິດພື້ນຖານຂອງປະຊາຊົນເທົ່ານັ້ນ ຫາກຍັງແມ່ນພື້ນຖານຈຳເປັນໃຫ້ແກ່ສັງຄົມແຫ່ງສັນຕິພາບ ແລະ ວັດທະນາຖາວອນອີກດ້ວຍ.
        ຫວຽດນາມ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຍ້ອນຜົນກະທົບຂອງເສດຖະກິດທົ່ວໂລກ, ການພັດທະນາຢ່າງແຮງຂອງການປະຕິວັດເຕັກໂນໂລຊີ 4.0, ໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາການປ່ຽນແປງກ່ຽວກັບປະຊາກອນວິທະຍາ. ບັນດາສິ່ງທ້າທາຍດັ່ງກ່າວ ມັນຮຽກຮ້ອງໃຫ້ຕ້ອງສ້າງບັນດານະໂຍບາຍ ແລະ ມີການກະທຳລະອຽດ ເພື່ອຮັກສາບັນດາຜົນງານທີ່ບັນລຸໄດ້ໃຫ້ໝັ້ນຄົງ, ພ້ອມທັງແກ້ໄຂບັນດາບັນຫາຍິງ-ຊາຍ ພວມຄົງຄ້າງຢູ່ ກໍ່ຄືບັນດາບັນຫາຍິງ-ຊາຍທີ່ເກີດຂຶ້ນໃນໄລຍະຈະມາເຖິງ. ຫວຽດນາມ ໄດ້ຮຽກຮ້ອງບັນດາຄວາມມານະພະຍາຍາມລວມຫລາຍກ່ວາອີກ ຈາກບັນດາກະຊວງ, ຄະນະ, ຂະແໜງການ ແລະ ລັດຖະບານ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນ ແລະ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ໃນການຊຸກຍູ້ວິວັດທະນາການມຸ່ງໄປເຖິງການພັດທະນາແບບຍືນຍົງໃນປີ 2030, ເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫລັງ./.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top