• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ການາດາ ເພີ່ມທະວີເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຮັບມືກັບໂລກລະບາດໂຄວິດ-19

      ທ່ານລັດຖະມົນຕີການຕ່າງປະເທດ Marc Garneau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ແລະ ບັນດາປະເທດຢູ່ພາກພື້ນສຳຜັດກັບວັກຊິນຕ້ານໂຄວິດ-19
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau. (ພາບ: TTXVN)
      ຕອນຄ່ຳວັນທີ 14 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Marc Garneau. ທ່ານລັດຖະມົນຕີການຕ່າງປະເທດ Marc Garneau ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ແລະ ບັນດາປະເທດຢູ່ພາກພື້ນສຳຜັດກັບວັກຊິນຕ້ານໂຄວິດ-19 ຜ່ານໂຄງການເພີ່ມຄວາມໄວໃນການສຳຜັດກັບບັນດາເຄື່ອງມືຮັບມືກັບໂລກລະບາດໂຄວິດ-19 (ACT-A), ຂໍ້ລິເລີ່ມ COVAX ແລະ ກອງທຶນຮັບມືກັບໂລກລະບາດໂຄວິດ-19 ຂອງອາຊຽນ.
2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານສາທາລະນະສຸກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໜູນຊ່ວຍຫວຽດນາມ ສຳຜັດກັບວັກຊິນກັນໂຄວິດ-19; ຊຸກຍູ້ການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 8 ຕື້ USD ໃນໄລຍະ 2 ປີຈະມາເຖິງ, ສົ່ງເສີມວິສາຫະກິດຂອງ 2 ປະເທດນຳໃຊ້ກາລະໂອກາດຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.
ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ລັດຖະມົນຕີທັງ 2 ທ່ານຢືນຢັນ ຖືເລື່ອງເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ເປັນຢ່າງສູງ; ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນຄື ສະຫະປະຊາຊາດ, APEC, ອາຊຽນ…
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top