• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ລັດຖະບານຫວຽດນາມ ເວົ້າລວມ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ເວົ້າສະເພາະ, ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ມານະພະຍາຍາມນຳການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.



ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ

ຜູ້ແທນກະຊວງການຄ້າອາເມລິກາ Wilbur Ross

(ພາບ: vietnam+)


ຕອນເຊົ້າວັນທີ 08 ພະຈິກ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າອາເມລິກາ Wilbur Ross ພ້ອມກັບຄະນະຜູ້ແທນວິສາຫະກິດອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ເວົ້າລວມ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ເວົ້າສະເພາະ, ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ມານະພະຍາຍາມນຳການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.

        ໃນໄລຍະຜ່ານມາ, ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດໄດ້ຮັບການເຕີບໂຕຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າ 2 ຝ່າຍໃນປີ 2018 ໄດ້ຂຶ້ນເຖິງ 60 ຕື້ USD. ຫວຽດນາມ ກໍ່ພວມມານະພະຍາຍາມຍົກອອກມາດຕະການແກ້ໄຂຫຼາຍຢ່າງເພື່ອມຸ່ງໄປເຖິງການດຸ່ນການຄ້າທີ່ມີຄວາມກົມກຽວ ແລະ ໝັ້ນຄົງກັບອາເມລິກາ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຕັ້ງໜ້າແກ້ໄຂບັນດາຂໍ້ສະເໜີຂອງອາເມລິກາ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການຂອງອາເມລິກາ ທີ່ຜັນຂະຫຍາຍຢູ່ຫວຽດນາມ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ, ຢືນຢັນວ່າ.

        “ໃນໂຄງການດຳເນີນງານຂອງຕົນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບອາເມລິກາ ເພື່ອສືບຕໍ່ປະຕິບັດວຽກງານປະຕິຮູບ ແລະ ສ້າງລະບອບລະບຽບການ ແລະ ກົດໝາຍຂອງຫວຽດນາມ ໃຫ້ສົມບູນແບບ ເພື່ອສືບຕໍ່ສ້າງກາລະໂອກາດສຳຜັດຕະຫຼາດໃຫ້ແກ່ບັນດາວິສາຫະກິດອາເມລິກາ ແລະ ແກ້ໄຂໂດຍກົງບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງໃນໄລຍະຜ່ານມາ”.

        ສ່ວນທ່ານ Wilbur Ross ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ອາເມລິກາ, ພິເສດແມ່ນການຮ່ວມມືໃນຂົງເຂດພະລັງງານ, ການບິນ, ກໍ່ສ້າງ… ທ່ານລັດຖະມົນຕີ Wilbur Ross ປາດຖະໜາວ່າ ກໍ່ລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ  ແລກປ່ຽນການຄ້າ, ຊຸກຍູ້ການຮ່ວມມືລົງທຶນ, ເພື່ອຜົນປະໂຫຍດຂອງທັງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top