• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ ສາມັກຄີກັນຕ້ານໂລກລະບາດໂຄວິດ - 19

      ຫວຽດນາມ ແລະ ກຳປູເຈຍ ແມ່ນສອງໃນຈຳນວນບັນດາປະເທດທີ່ໄດ້ຮັບການຕີລາຄາວ່າ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງເປັນຢ່າງດີໃນປີ 2020, ແຕ່ໃນຊຸມເດືອນຕົ້ນປີ 2021, ທັງສອງປະເທດລ້ວນແຕ່ຕ້ອງມານະພະຍາຍາມຮັບມືກັບການແຜ່ລະບາດຄັ້ງທີໃໝ່ທີ່ໄວກວ່າ ແລະ ອັນຕະລາຍກວ່າ ເມື່ອທຽບໃສ່ປີກ່ອນ, ພິເສດການແຜ່ລະບາດຄັ້ງທີ 3 ນັບແຕ່ທ້າຍເດືອນກຸມພາຢູ່ ກຳປູເຈຍ ມານີ້ ຍັງມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍຕາມ, ກໍຄືກັນກັບຫຼາຍການແຜ່ລະບາດຄັ້ງຕ່າງໆ, ຍິ່ງປະສົບກັບຄວາມຫຍຸ້ງຍາກ, ນ້ຳໃຈສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ ຍິ່ງແຜ່ກະຈາຍ.
ທ່ານ ຫວູເວືອງຫວຽດ, ຮອງປະທານ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ພ້ອມດ້ວຍການນຳບາງວິສາຫະກິດ
ມອບຜ້າອັດປາກ - ອັດດັ່ງໃຫ້ ສະຖານທູດ ກຳປູເຈຍ
      ດ້ວຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນເມື່ອໄດ້ປະສົບກັບຄວາມຫຍຸ້ງຍາກ, ນັບແຕ່ເວລາຫາກໍ່ເກີດໂລກລະບາດໂຄວິດ - 19, ຫວຽດນາມ ແລະ ກຳປູເຈຍ ໄດ້ມານະພະຍາຍາມສົມທົບກັນກະທຳ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບມືກັບໂລກລະບາດ, ພ້ອມກັນນັ້ນ ສືບຕໍ່ຮັກສາບັນດາການເຄື່ອນໄຫວຮ່ວມມືທີ່ມີປະສິດທິຜົນກວ່າໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ ແລະ ການຄ້າ. ໂດຍປະຕິບັດທິດນຳທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຫວຽດນາມ ໄດ້ເປັນເຈົ້າການຕັ້ງບັນດາອຸປະກອນການແພດ, ລວມທັງຊຸດປ້ອງກັນເຊື້ອໄວຣັດ, ຜ້າອັດປາກ - ອັດດັງ, ລະບົບກວດວິໄຈ ພ້ອມດ້ວຍຊຸດ Test ເຊື້ອໄວຣັດ SARS – CoV – 2 ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ກຳປູເຈຍ. ບໍ່ພຽງແຕ່ມີບັນດາອົງການຈັດຕັ້ງຂອງ ລັດ ຫວຽດນາມ ໃຫ້ການຊ່ວຍເຫຼືອເທົ່ານັ້ນ, ຫາກບັນດາອົງການມິດຕະພາບ, ສະພາກາແດງ, ບັນດາກະຊວງ, ຂະແໜງການ, ບັນດາແຂວງເຂດຊາຍແດນ ແລະ ແຂວງແຮກສ່ຽວ ກໍລ້ວນແຕ່ປະກອບເງິນ ຫຼື ເບີກຈ່າຍງົບປະມານ ເພື່ອສົ່ງເຄື່ອງໜູນຊ່ວຍໃຫ້ບັນດາແຂວງ, ກະຊວງ, ຂະແໜງການ ແລະ ປະຊາຊົນ ກຳປູເຈຍ ອີກນ້ອງອີກດ້ວຍ. ພ້ອມກັນນັ້ນ, ບັນດາສຳນັກງານ, ອົງການຈັດຕັ້ງ, ບໍລິສັດ ແລະ ສ່ວນບຸກຄົນ ຊາວ ຫວຽດນາມ ທີ່ອາໄສຢູ່ ກຳປູເຈຍ ກໍໄດ້ຮ່ວມແຮງຮ່ວມໃຈກັບ ອຳນາດການປົກຄອງທຸກຂັ້ນຂອງປະເທດປະຈຳຖິ່ນ ຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາຄອບຄົວຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ, ຊາວ ກຳປູເຈຍ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ. ທ່ານ ຫວູເວືອງຫວຽດ, ຮອງປະທານ ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ຮູ້ວ່າ:
        “ທ້າຍເດືອນ ກຸມພາ, ເມື່ອໂລກລະບາດໂຄວິດ - 19 ເລີ່ມລະບາດຄັ້ງໃໝ່ຢ່າງແຮງຢູ່ ກຳປູເຈຍ, ພວກຂ້າພະເຈົ້າໄດ້ຕັ້ງໜ້າຂົນຂວາຍໃຫ້ການຊ່ວຍເຫຼືອ, ຢູ່ພາກເໜືອ ຫວຽດນາມ ໄດ້ໜູນຊ່ວນຜ້າອັດປາກ - ອັດດັງ 267.500 ອັນ, ເຊື້ອສຸບສາທາລະນະ 100 ອັນ, ສ່ວນຢູ່ພາກໃຕ້ຂອງ ຫວຽດນາມ ກໍ່ປະກອບຜ້າອັດປາກ - ອັດດັງ 137.500 ອັນ ແລະ ນ້ຳຢາລ້າງມືຂ້າເຊື້ອ 220 ແກ້ວ, ນອກຈາກນັ້ນ ບັນດາແຂວງຕິດກັບຊາຍແດນ ກໍໃຫ້ໜູນຊ່ວຍ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນເປັນປະຈຳ. ທ່ານນາງ Men Sam An, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ກໍໄດ້ສົ່ງຈົດໝາຍຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການ ຂອງ ຫວຽດນາມ” .
ທ່ານ Leng Peng Long ເລຂານຸການໃຫຍ່ ທັງເປັນໂຄສົກຂອງ ສະພາແຫ່ງຊາດ ກຳປະເຈຍ
      ຕີລາຄາກ່ຽວກັບການອຸ້ມຊູຊ່ວຍເຫຼືອຂອງ ຫວຽດນາມ ທີ່ມີຕໍ່ ກຳປູເຈຍ, ທ່ານ Leng Peng Long ເລຂານຸການໃຫຍ່ ທັງເປັນໂຄສົກຂອງ ສະພາແຫ່ງຊາດ ກຳປະເຈຍ ຖືວ່າ ນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນຂອງປະເທດ. ທ່ານກ່າວວ່າ:
            “ນີ້ແມ່ນຂອງຂວັນທີ່ສະແດງໃຫ້ເຫັນການກະທຳອັນສູງສົ່ງ ເຊິ່ງປະຊາຊົນສອງຊາດ ຫວຽດນາມ - ກຳປູເຈຍ ໄດ້ເພີ່ມພູນຄູນສ້າງ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ແມ່ນພື້ນຖານແກ່ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ສັນຕິພາບ ແລະ ການພັດທະນາລະຫວ່າງສອງປະເທດ.”
        ໄປຄຽງຄູ່ກັບການເຄື່ອນໄຫວມອບ-ຮັບ, ໜູນຊ່ວຍວັດຖຸອຸປະກອນການແພດແລ້ວ, ສອງປະເທດ ຫວຽດນາມ - ກຳປູເຈຍ ຍັງຕັ້ງໜ້າສົມທົບກັນ, ແບ່ງປັນ, ອັບເດັດຂໍ້ມູນ ແລະ ປະສົບການຕ້ານໂລກລະບາດ, ເມື່ອກວດພົບກໍລະນີຕິດເຊື້ອເຂົ້າຈາກປະເທດເພື່ອນເຂົ້າເມືອງຂອງຕົນ ກໍແຈ້ງໃຫ້ກັນຊາບຢ່າງທັນການ ເພື່ອສາມາດຄົ້ນຫາປະຫວັດການສຳຜັດໄປ - ມາ ແລະ ຈຳກັດບໍລິເວນ ເພື່ອຕ້ານໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນທີ່ສຸດ. ນອກຈາກນັ້ນ, ທ້ອງຖິ່ນຕ່າງໆຢູ່ເຂດຊາຍແດນສອງປະເທດ ກໍພ້ອມກັນເພີ່ມທະວີຄວາມມານະພະຍາຍາມລວມ ສະກັດກັ້ນອາດຊະຍາກຳຂ້າມຊາດ ທີ່ສວຍໃຊ້ສະພາບການໂລກລະບາດ, ຍູ້ແຮງບັນດາການເຄື່ອນໄຫວລາດຕະເວນ, ຄວບຄຸມເຂດຊາຍແດນ, ດ່ານຊາຍແດນ, ທາງຊອຍທາງເປີດຢ່າງແໜ້ນແຟ້ນ ເພື່ອສະກັດກັ້ນບັນດາການເຄື່ອນໄຫວ ເຂົ້າ - ອອກເມືອງຢ່າງຜິດກົດໝາຍ, ປະກອບສ່ວນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຕ່ລະປະເທດ. ສອງປະເທດ ກໍໄດ້ສົມທົບກັນໄດ້ເປັນຢ່າງດີໃນການຈັດຕັ້ງ ແລະ ໜູນຊ່ວຍນັກສຶກສາ ຫວຽດນາມ - ກຳປູເຈຍ ກັບຄືນຮ່ຳຮຽນເປັນປົກກະຕິ, ໃນນັ້ນ ໄດ້ໃຫ້ການໜູນຊ່ວຍໃນການກວດວິໄຈຫາເຊື້ອໄວຣັດ ແລະ ປະຕິບັດການແຍກຕົວຢ່າງປອດໄພ ແລະ ມີປະສິດທິຜົນ. ນອກຈາກນັ້ນ, ໃນງວດສັກວັກຊິນກັນພະຍາດໂຄວິດ - 19 ຫວ່າງມໍ່ໆມານີ້ ຢູ່ ກຳປູເຈຍ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແມ່ນໜຶ່ງໃນບັນດາຜູ້ຄົນທີ່ໄດ້ຮັບວັກຊິນໄວກວ່າໝູ່ໃນຈຳນວນບັນດາສະຖານທູດ ຕ່າງປະເທດ ປະຈຳ ກຳປູເຈຍ. ຕີລາຄາກ່ຽວກັບບັນດາຜົນງານທີ່ສອງປະເທດບັນລຸໄດ້ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະຜ່ານມາ, ທ່ານ ຫວູກວາງມິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ໃຫ້ຮູ້ວ່າ:
        “ຜົນສຳເລັດສຳຄັນອັນໜຶ່ງທີ່ບັນລຸໄດ້ໃນໄລຍະຜ່ານມາ ແມ່ນ ສອງປະເທດໄດ້ເປັນເອກະສັນຕໍ່ກົນໄກທີ່ີມີໄຫວພິບ ດ້ວຍບັນດາມາດຕະການປະດິດຄິດສ້າງເພື່ອທັງຮັບປະກັນບໍ່ໃຫ້ໂລກລະບາດແຜ່ລາມອອກສູ່ຊາຍແດນ, ທັງຮັກສາ ແລະ ຊຸກຍູ້ການແລກປ່ຽນຈໍລະຈອນສິນຄ້າລະຫວ່າງສອງປະເທດ. ຕາມຂ້າພະເຈົ້າແລ້ວ ນີ້ແມ່ນຮູບແບບທີ່ດີ ເພື່ອໃຫ້ບັນດາທ້ອງຖິ່ນອື່ນໆສາມາດຮ່ຳຮຽນຕາມ ເພື່ອແກ້ໄຂສະພາບການທີ່ມີໜຶ່ງ ຫຼື ສອງທ້ອງຖິ່ນປິດເມືອງ ແຕ່ການຂົນສົ່ງສິນຄ້າ, ລວມທັງຜະລິດຕະພັນກະເສດ ລະຫວ່າງບັນດາທ້ອງຖິ່ນ ແລະ ຈາກຜູ້ຜະລິດອອກສູ່ຕະຫຼາດບໍ່ຖືກຂາດວັກຂາດຕອນ. ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດໃນປີ 2020 ຍັງຮັກສາຢູ່ໃນລະດັບສູງ, ຫຼາຍກວ່າ 5 ຕື້ USD. ນັ້ນແມ່ນຜົນສຳເລັດໃຫຍ່ຫຼວງອັນໜຶ່ງ”.
        ຕົ້ນເດືອນມີນາຜ່ານມາ, ໃນກອງປະຊຸມສາມຝ່າຍທີ່ຖືກຈັດຂຶ້ນທາງອອນລາຍ, ທ່ານນາຍົກລັດຖະມົນຕີ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ເຫັນດີສືບຕໍ່ຍູ້ແຮງການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຜູ້ໂດຍສານ ແລະ ສິນຄ້າຜ່ານດ່ານຊາຍແດນ, ກໍຄືບັນດາການເຄື່ອນໄຫວຮ່ວມມືລົງທຶນ; ເປັນເອກະສັນສົມທົບກັນຊຸກຍູ້ການເຂົ້າເຖິງວັກຊິນ; ກະກຽມເຊື່ອມຕໍ່ສາຍການບິນການຄ້າຄືນໃໝ່; ຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ກ່ຽວເຖິງ ທີ່ໄດ້ຮັບການຮັບຮອງເອົາໃນຂອບເຂດ ອາຊຽນ 2020 ໃຫ້ມີປະສິດທິຜົນ. ດ້ວຍບັນດາຄວາມມານະພະຍາຍາມ ແລະ ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ເຊື່ອໝັ້ນວ່າ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ໄດ້ຢ່າງໝັ້ນແກ່ນ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ກໍຄືປະຊາຊົນສອງປະເທດ./. 
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top