• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຫງວຽນວັນໝ໊າວ ເລີ່ມຕົ້ນທຸລະກິດ ຈາກ ຂຸ່ຍໄມ້ຊອດ

ທ່ານ ຫງວຽນວັນໝ໊າວ ເກີດເມື່ອປີ 1987 ແຕ່ໄດ້ສ້າງຊື່ສຽງໃນວົງ ການ ຜູ້ເລີ່ມຕົ້ນທຸລະກິດ ຫວຽດນາມ ຈາກຄວາມຫຼົງໄຫຼປະດິດສ້້າງ ເຄື່ອງດົນຕີພື້ນເມືອງ ຄືຂຸ່ຍໄມ້ຊອດ. ທ່ານ ໝ໊າວ ເປັນຜູ້ລິເລີ່ມແລະ ສ້າງຂະບວນການເປົ່າຂຸ່ຍໄມ້ຊອດ ໃນຊຸມຊົນຊາວ ຫວຽດນາມ ແລະ ທັງເປັນຜູ້ອຳນວຍການ ບໍລິລັດ ຂຸ່ຍໄມ້ຊອດ ໝ໊າວແມ່ວ ຊຶ່ງ ສົ່ງອອກຜະລິດຕະພັນໄປຍັງ 20 ປະເທດ ໃນໂລກ. 
ທ່ານ ໝ໊າວ ກຳເນີດ ຢູ່ເຂດພູສູງ ຂອງເມືອງ ເຕິນກີ່, ແຂວງ ເງ້ອານ, ເມື່ອອາຍຸ 8 ປີ ທ່ານ ໄດ້ເລີ່ມຮຽນເປົ່າຂຸ່ຍ ຈາກພໍ່. ທ່ານ ໝ໊າວ ໄດ້ ສັງເກດເຫັນວ່າ ໃນບັນດາບົດດົນຕີ ຂຸ່ຍໄມ້ຊອດ ທີ່ພໍ່ຂອງ ຕົນເປົ່າ ນັ້ນແມ່ນ ຮູບພາບບ້ານເກີດເມືອງນອນ, ແມ່ນ ວັດທະນະທຳ ຫວຽດ ນາມ, ແມ່ນຈິດໃຈຂອງຄົນ ຫວຽດ, ແມ່ນ ຄວາມມຸ່ງມາດ ປາດຖະ ໜາ ຕອນສະໄໝເຍົາໄວ... ຄວາມຫຼົງໄຫຼ ກັບການເປົ່າຂຸ່ຍ ໄດ້ ຕິດ ຕາມທ່ານ ຕະຫຼອດມາ. 
ທ່ານ ໝ໊າວ ໄດ້ສັງເກດເຫັນວ່າ ໃນບັນດາບົດດົນຕີ ຂຸ່ຍໄມ້ຊອດ ທີ່ ພໍ່ຂອງຕົນເປົ່າ ນັ້ນແມ່ນ ຮູບພາບບ້ານເກີດເມືອງນອນ, ແມ່ນວັດ ທະນະທຳ ຫວຽດນາມ, ແມ່ນຈິດໃຈ ຂອງຄົນ ຫວຽດ, ແມ່ນ ຄວາມ ມຸ່ງມາດປາດຖະໜາ ຕອນສະໄໝເຍົາໄວ...


ເມື່ອກຳລັງຮຽນປີ 2 ຢູ່ມະຫາວິທະຍາໄລ ສະຖາປັດຕະຍະກໍາ, ທ່ານ ໝ໊າວ ໄດ້ຜະລິດຂຸ່ຍໄມ້ຊອດ ຢ່າງຫຼວງຫຼາຍ, ສ່ວນຫຼາຍ ທ່ານ ນຳໄປຕ້ອນ ໝູ່ເພື່ອນ ແລະ ສອນວິທີ ເປົ່າຂຸ່ຍ ໂດຍບໍ່ຄິດຄ່າ ຢູ່ຫຼາຍ ແຫ່ງ ຂອງ ຮ່າໂນ້ຍ. 


ນັກສິລະປິນ ຫງວຽນວັນໝ໊າວ, ຜູ້ທີ່ພ້ອມກັບຂຸ່ຍໄມ້ຊອດ ໄດ້ສ້າງ ບັນດາສະຖິຕິ ຫວຽດນາມ, ປະກອບສ່ວນໃນການອະນຸລັກຮັກສາ ວັດຖະນະທຳ ຫວຽດ. ພາບ: ຫວຽດເກື່ອງ


ຈາກຄວາມຫຼົງໄຫຼ ຂຸ່ຍໄມ້ຊອດ, ທ່ານ ຫງວຽນວັນໝ໊າວ ໄດ້ປະສົບ ສຳເລັດຜົນ ກັບການຜະລິດຂຸ່ຍໄມ້ຊອດ, ສະແດງ ຂຸ່ຍໄມ້ຊອດ ແລະ ເຜີຍແຜ່ອອກສູ່ວົງຄະນາຍາດ ເພື່ອພ້ອມກັນ
ຮັກສາຄວາມ ງາມ ດ້ານວັດທະນະທຳ ຂຸ່ຍໄມ້ຊອດ ຂອງຊາດ ອີກດ້ວຍ. ພາບ: ຫວຽດເກື່ອງ



ຂຸ່ຍໄມ້ຊອດ ໂດຍທ່ານ ໝ໊າວ ເປັນຜູ້ຜະລິດ ມີຫຼາຍຊະນິດ ແລະ ຕ່າງກໍມີສຽງທີ່ສົດໃສ, ມີສີສັນວັດທະນະທໍາ ມູນເຊື້ອ ຫວຽດນາມ. ພາບ: ຫວຽດເກື່ອງ


ຈາກຄວາມຫຼົງໄຫຼເປົ່າຂຸ່ຍ ຕັ້ງແຕ່ອາຍຸ 8 ປີ, ແລ້ວກາຍເປັນຜູ້ຜະ ລິດ ຂຸ່ຍໄມ້ຊອດ, ນັກທຸລະກິດໜຸ່ມ ຫງວຽນວັນ ໝ໊າວ ໄດ້ນຳ ຂຸ່ຍ ໄມ້ຊອດ ສົ່ງອອກໄປຍັງຕ່າງປະເທດ. ພາບ: ຫວຽດເກື່ອງ


ຂຸ່ຍໄມ້ຊອດ ທີ່ຮ້ານຂາຍຂຸ່ຍໄມ້ຊອດ ຢູ່ເຮືອນເລກທີ 36 ຖະໜົນ ຫງວຽນຈ໊າຍ, ເມືອງ ແທງຊວນ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ


ທ່ານ ຫງວຽນວັນໝ໊າວ ເປັນຊາວໜຸ່ມ ອາຍຸໜຸ່ມທີ່ສຸດ ຫວຽດນາມ (30 ປີ) ໄດ້ຮັບນາມມະຍົດ ນັກສິລະປິນ ຜູ້ມີສີມືຄຳໃນ ການປະ ດິດສ້າງເຄື່ອງດົນຕີມູນເຊື້ອ. ພາບ: ຫວຽດເກື່ອງ

ທ່ານ ໝ໊າວ ໄດ້ໃຊ້ເວລາໄປ-ມາ ລະຫວ່າງ ຮ່າໂນ້ຍ-ເງ້ອານ, ບຸປ່າ ຜ່າດົງຊອກຫາວັດຖຸດິບ ເພື່ອເຮັດຂຸ່ຍ ແລ້ວນຳໄປຕ້ອນຜູ້ຄົນທຸກ ແຫ່ງຫົນ. ມີເພື່ອນສະໜິດຜູ້ໜຶ່ງ ຂອງ ທ່ານ ໝ໊າວ ໄດ້ປະກອບ ຄວາມເຫັນວ່າ: ເຈົ້າເຮັດຂຸ່ຍ ເພື່ອເປັນຂອງຕ້ອນກໍດີ, ແຕ່ເອົາເງິນ ຂອງ ຕົນເອງເຮັດຂຸ່ຍ ໂດຍບໍ່ໄລ່ຄ່າແຮງງານ ຜະລິດຕະພັນທີ່ເຈົ້າ ຜະລິດອອກນັ້ນ ກໍ່ບໍ່ມີຄຸນຄ່າ. ຄຳເຕືອນຢ່າງຈິງໃຈນັ້ນ ໄດ້ເຮັດໃຫ້ ທ່ານ ໝ໊າວ ຫັນປ່ຽນທິດໃໝ່, ນັ້ນຄືຜະລິດອອກມາ ຜະລິດຕະພັນ ແມ່ນຕ້ອງ ສ້າງຄຸນຄ່າເພື່ອການຂາຍ. ປີທີ 3 ຢູ່ມະຫາວິທະຍາໄລ, ທ່ານ ໝ໊າວ ເລີ່ມຕົ້ນທຸລະກິດ ກັບອາຊີບເຮັດຂຸ່ຍ ດ້ວຍການຂາຍ ຂຸ່ຍ ທາງອອນລາຍ ແລະ ຜ່ານການແນະນຳ ຂອງ ໝູ່ເພື່ອນ.
ຊ່ອງ youtube ຂຸ່ຍ ໄມ້ ຊອດ ໝ໊າວແມ່ວ ມີສະມາຊິກ ລົງທະບຽນ 370.000 ຄົນ, ສ້າງສະ ຖິຕິ ກ່ຽວກັບເວທີຫຼິ້ນຂຸ່ຍ ໃຫຍ່ທີ່ສຸດ ຫວຽດນາມ ຊຶ່ງໄດ້ຮັບການ ຍົກ ຍ້ອງຈາກ youtube. 


ຈາກການສອນເປົ່າຂຸ່ຍ ທີ່ບໍ່ຄິດຄ່າ, ການເປົ່າຂຸ່ຍ ໄດ້ຂະຫຍາຍສູ່ ຊຸມຊົນ, ໄປຈົນເຖິງການເຮັດຂຸ່ຍ ຂາຍຢູ່ໃນທ້ອງຕະຫຼາດ, ສໍາລັບ ທ່ານ ໝ໊າວ ເປັນເລື່ອງທີ່ດຶງດູດຈັບໃຈ. ເພື່ອໃຫ້ເສັ້ນທາງເຮັດ ຂຸ່ຍ ໄມ້ຊອດ, ເປົ່າຂຸ່ຍ ແບບມືອາຊີບ, ປີ 2013, ທ່ານ ໝ໊າວ ໄດ້ເປີດ ຮ້ານຂາຍ ຂຸ່ຍໄມ້ຊອດແຫ່ງທຳອິດຂຶ້ນ ຢູ່ເຮືອນເລກທີ 366 ຖະໜົນ ຫງວຽນຈ໊າຍ, ເມືອງ ແທງຊວນ, ຮ່າໂນ້ຍ.

ໃນຊ່ວງໄລຍະເວລາ 10 ປີ, ທ່ານ ໝ໊າວ ໄດ້ຕັ້ງສະໂມສອນ ຂຸ່ຍ ໄມ້ ຊອດ ນັບຫຼາຍຮ້ອຍແຫ່ງຢູ່ ຮ່າໂນ້ຍ, ອັນໄດ້ສ້າງເປັນຊຸມຊົນ ຝຶກ ການເປົ່າຂຸ່ຍ ຢູ່ສະຖານທີ່ສາທາລະນະ. ທ່ານ ໄດ້ສ້າງໜ້າເວັບໄຊ www.saotrucmaomeo ແລະ Fanpage ສະໂມສອນຂຸ່ຍ ໄມ້ ຊອດ ມີສະມາຊິກ 108.000 ຄົນ. ພິເສດ, ຊ່ອງ youtube ຂຸ່ຍ ໄມ້ ຊອດ ໝ໊າວແມ່ວ ມີສະມາຊິກ ລົງທະບຽນ 370.000 ຄົນ, ສ້າງສະ ຖິຕິ ກ່ຽວກັບເວທີຫຼິ້ນຂຸ່ຍ ໃຫຍ່ທີ່ສຸດ ຫວຽດນາມ ຊຶ່ງໄດ້ຮັບການ ຍົກ ຍ້ອງຈາກ youtube.

ດ້ວຍຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ, ທ່ານ ຫງວຽນວັນ ໝ໊າວ ໄດ້ຕັ້ງສະໂມສອນ ຂຸ່ຍໄມ້ຊອດ 200 ແຫ່ງຂຶ້ນ ຢູ່ທຸກ ແຂວງ ນະຄອນ ຂອງ ຫວຽດນາມ. ທ່ານ ໝ໊າວ ໄດ້ຮັບຕຳແໜ່ງ ເປັນນັກ ສິລະປິນແຫ່ງຊາດ ກ່ຽວກັບ ການປະດິດສ້າງເຄື່ອງດົນຕີ ມູນເຊື້ອ ຈາກສະມາຄົມນັກສິລະປິນ ແລະ ເຄື່ອງໝາຍການຄ້າ ຫວຽດ. ທ່ານ ໝ໊າວ ກໍເປັນນັກສິລະປິນໜຸ່ມທີ່ສຸດ ຫວຽດນາມ ໄດ້ຮັບນາມມະຍົດ ດັ່ງກ່າວ.



ທ່ານ ໝ໊າວ ພ້ອມກັບສຽງຂຸ່ຍ ຢູ່ແຂວງ ຮ່າຢາງ ໃນການ ເດີນທາງ ເຂົ້າຮ່ວມການກຸສົນ “ແບ່ງປັນຄວາມຮັກແພງ”. ພາບ: ເອກະສານ


ແນະນຳ ແລະ ແບ່ງປັນ ບັນດາບົດເຝິກແອບຂຸ່ຍ ກັບບັນດາສະມາ ຊິກ ເຂົ້າຮ່ວມສະໂມສອນຂຸ່ຍ ໄມ້ຊອດ.  ພາບ: ເອກະສານ


ທ່ານ ໝ໊າວ ມັກເປົ່າຂຸ່ຍ ໃຫ້ພວກນ້ອງນ້ອຍເຂດພູສູງຟັງ. ພາບ: ເອກະສານ
 

ທ່ານ ຫງວຽນວັນໝ໊າວ ກັບຂຸ່ຍໄມ້ຊອດ ແລະ ບັນດາບົດດົນຕີ ທີ່ ທ່ານເປົ່າ ໃນການແນະນຳ ຢູ່ກອງປະຊຸມເຊື່ອມຕໍ່ ປະຊາຄົມວິສາ ຫະກິດ ຫວຽດນາມ-ສ ເກົາຫຼີ 2018. ພາບ: ເອກະສານ


ທ່ານ ຫງວຽນວັນໝ໊າຍ ໃນພິທີ ເຊີດຊູບໍລິສັດຂອງຕົນ ຢູ່ ຮ່າໂນ້ຍ. ພາບ: ເອກະສານ

ທ່ານ ໝ໊າວ ພ້ອມກັບຂຸ່ຍໄມ້ຊອດ ໂດຍຕົນເອງເປັນຜູ້ຜະລິດ ໄດ້ທຳ ການສະແດງ ຢູ່ຫຼາຍປະເທດເຊັ່ນ: ສິງກະໂປ, ໄຕ້ຫວັນ, ຍີ່ປຸ່ນ... ທ່ານ ຫງວຽນວັນໝ໊າວ ໄດ້ຈົດທະບຽນ ລິຂະສິດ ຊັບສິນທາງປັນຍາ ຂຸ່ຍໄມ້ຊອດ ໃນປີ 2012 ແລະ ປີ 2017 ທ່ານ ໄດ້ຕັ້ງບໍລິສັດ ຂຸ່ຍ ໄມ້ຊອດ ໝ໊າວແມ່ວ ຢ່າງເປັນທາງການ ເພື່ອການສົ່ງອອກຂຸ່ຍໄມ້ ຊອດ ໄປທົ່ວໂລກ. ທ່ານ ໝ໊າວ ໄດ້ຕັ້ງໂຮງງານຜະລິດ ຂຸ່ຍໄມ້ຊອດ ທີ່ ເມືອງ ເຕິນກີ່, ແຂວງ ເງ້ອານ, ສ້າງວຽກເຮັດງານທຳ ໃຫ້ແກ່ ແຮງ ງານທ້ອງຖິ່ນ ນັບຫຼາຍຮ້ອຍຄົນ ແລະ ໄດ້ສົ່ງຂຸ່ຍໄມ້ຊອດໝ໊າວແມ່ວ ໄປຍັງ 20 ປະເທດ ຢູ່ໃນໂລກ. 
ປັດຈຸບັນ, ທ່ານ ໝ໊າວ ໄດ້ເປີດຮ້ານຂາຍ ຂຸ່ຍໄມ້ຊອດ 21 ແຫ່ງ ໃນ ທົ່ວປະເທດ.


ຈຳນວນຂຸ່ຍ ທີ່ສົ່ງອອກໄປຍັງ ສ ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ ແມ່ນ ຫຼາຍທີສຸດ. ພິເສດ ເມື່ອ ສ ເກົາຫຼີ ນິຍົມຫຼິ້ນ ຂຸ່ຍໄມ້ຊອດ ສຳລັບ ນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ກໍ່ໄດ້ເລືອກ ຂຸ່ຍໄມ້ຊອດ ໝ໊າວແມ່ວ ເປັນບໍລິສັດສະໜອງ ຜະລິດຕະພັນຂຸ່ຍ. ມີຫຼາຍໃບສ່ັງ ໝ໊າວ ສົ່ງ ຜະລິດຕະພັນ ໄປຍັງ ສ ເກົາຫຼີ ເຖິງ 100.000 ຜະລິດຕະພັນ. 
 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top